ການ​ພົບ​ປະ​ສຸດຍອດ ອາ​ເມ​ລິ​ກາ - ຈີນ ຍາກ​ທີ່​ຈະ​ບັນ​ລຸ​ໄດ້​ບາດ​ກ້າວ​ບຸກ​ທະ​ລຸ

(VOVWORLD) -ຕາມບັນດານັກຊ່ຽວຊານແລ້ວ, ຍາກທີ່ຈະບັນລຸໄດ້ບາດກ້າວບຸກທະລຸຢ່າງແຮງພາຍຫຼັງ ການພົບປະ ລະຫວ່າງ ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານ ປະທານປະເທດ ຈີນ ສີຈິ້ນຜິງ, ແຕ່ການພົບປະອາດຈະເປັນພື້ນຖານ ເພື່ອນຳການພົວພັນລະຫວ່າງ ອາເມລິກາ - ຈີນ ຈາກການສູ້ຢັນກັນ ຫັນໄປສູ່ການຮ່ວມມືກັນ ເປັນເທື່ອລະກ້າວ.

ວັນທີ 15 ພະຈິກ, ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານປະທານປະເທດ ຈີນ ສີຈິ້ນຜິງ ຄາດວ່າ ຈະດຳເນີນການພົບປະສຸດຍອດ ຕາມຮູບແບບທາງໄກ. ນີ້ແມ່ນກອງປະຊຸມເຊິ່ງ ສອງຝ່າຍຫວັງວ່າ ຈະສ້າງສະຖຽນລະພາບບາງຢ່າງໃນສະພາບການຄວາມເຄັ່ງຕຶງເພີ່ມຂຶ້ນລະຫວ່າງສອງພື້ນຖານເສດຖະກິດໃຫຍ່ທີ່ສຸດຂອງໂລກ.

ກ່ອນທີ່ຈະດຳເນີນກອງປະຊຸມ, ທ່ານນາງ ຮວາຈວນຢິ໊ງ ໂຄສົກກະຊວງການຕ່າງປະເທດ ຈີນ ໃຫ້ຮູ້ວ່າ ການນຳສອງຝ່າຍ ຈະແລກປ່ຽນທັດສະນະກ່ຽວກັບການພົວພັນສອງຝ່າຍ ແລະ ບັນດາບັນຫາທີ່ກ່ຽວຂ້ອງເຖິງຜົນປະໂຫຍດລວມ. ໃນຂະນະນັ້ນ, ທ່ານ Jen Psaki ເລຂາທິດ້ານການຂ່າວຂອງ ທຳນຽບຂາວ ໃຫ້ຮູ້ວ່າ ການນຳສອງທ່ານ ຈະປຶກສາຫາລື ກ່ຽວກັບວິທີການຄຸ້ມຄອງການແກ້ງແຍ້ງກັນຢ່າງມີຄວາມຮັບຜິດຊອບ ກໍ່ຄືບັນດາວິທີການເພື່ອເຮັດວຽກນຳກັນ ເມື່ອ ຜົນປະໂຫຍດສອງຝ່າຍມີຄວາມເໝາະສົມ. ຈະມີຫຼາຍບັນຫາໄດ້ຮັບການປຶກສາຫາລືຢູ່ກອງປະຊຸມຄັ້ງນີ້.

ຕາມບັນດານັກຊ່ຽວຊານແລ້ວ, ຍາກທີ່ຈະບັນລຸໄດ້ບາດກ້າວບຸກທະລຸຢ່າງແຮງພາຍຫຼັງ ການພົບປະ ລະຫວ່າງ ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານ ປະທານປະເທດ ຈີນ ສີຈິ້ນຜິງ, ແຕ່ການພົບປະອາດຈະເປັນພື້ນຖານ ເພື່ອນຳການພົວພັນລະຫວ່າງ ອາເມລິກາ - ຈີນ ຈາກການສູ້ຢັນກັນ ຫັນໄປສູ່ການຮ່ວມມືກັນ ເປັນເທື່ອລະກ້າວ.

ຕອບກັບ

ຂ່າວ/ບົດ​ອື່ນ