ການພົບປະສົນທະນາ ກ່ຽວກັບສະພາລັດຖະ ທຳມະນູນໃນຮ່າງ ລັດຖະທຳມະນູນປີ 1992 ສະບັບປັບປຸງ

ການພົບປະສົນທະນາ ກ່ຽວກັບສະພາລັດຖະ ທຳມະນູນໃນຮ່າງ ລັດຖະທຳມະນູນປີ 1992 ສະບັບປັບປຸງ - ảnh 1

(ພາບປະກອບ: moj.gov.vn)

(vovworld)-​  ຕອນ​ເຊົ້າວັນ​ທີ 17/8, ຄະນະ​ກຳມະການ​ຮຽບຮຽງຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ​ໄດ້​ຈັດການ​ພົບ​ປະ​ສົນທະນາ​ວິທະຍາສາດ​ກ່ຽວ​ກັບ​ສະພາ​ລັດຖະທຳ​ມະນູນ​ໃນຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ. ສະພາ​ລັດຖະທຳ​ມະນູນ​ແມ່ນ 1 ​ໃນ​ບັນດາ​ເນື້ອ​ໃນ​ສຳຄັນ​ດ້ວຍ 5 ບັນຫາ​ພວມ​ສືບ​ຕໍ່​ໄດ້​ຮັບ​ການ​ປຶກສາ​ຫາລື, ​ໃຫ້​ຄຳ​ເຫັນ​ຄື: ຄວາມ​ຈຳ​ເປັນ​ສ້າງຕັ້ງ, ພື້ນຖານ​ທິດ​ສະ​ດີ, ຮູບ​ແບບ​ການຈັດຕັ້ງ, ໜ້າ​ທີ່ ​ແລະ ສິດ​ອຳນາດ; ການ​ພົວພັນ​ຂອງ​ສະພາ​ລັດຖະທຳ​ມ​ະນູນ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ ຊີ້​ແຈ້ງວ່າ: ລະບຽບ​ປ້ອງ​ລັດຖະທຳ​ມະນູນ​ແມ່ນ​ເນື້ອ​ໃນ​ສຳຄັນ​ທີ່​ສຸດ​ໃນ​ການຄົ້ນຄ້ວາ, ສ້າງຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງສຳ​ເລັດ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ ຖື​ວ່າ: ການ​ສ້າງລະບຽບ​ການນີ້​ອີງ​ບົນ​ພື້ນຖານ​ຮັບ​ສິ່ງ​ຍອດ​ຍິງ​ດ້ານ​ວິທະຍາສາດ​ຂອງ​ມວນ​ມະນຸດ ​ແລະ ສືບ​ທອດ​ຜົນງານ​ໃນ​ການ​ສ້າງ​ກົງຈັກ​ລັດ​ຫວຽດນາມ ນັບ​ແຕ່​ວັນ​ສ້າງຕັ້ງຂຶ້ນ​ມາ​ຮອດ​ປະຈຸ​ບັນ, ມຸ້ງ​ໄປ​ເຖິງ​ຈຸດໝາຍ​ສຳຄັນ​ຂອງ​ການ​ປັບປຸງ​ລັດຖະທຳ​ມະນູນ​ປີ 1992 ​ເພື່ອ​ແນ​ໃສ່​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ພັດທະນາ​ປະ​ເທດ​ຊາດ​ໃນ​ສະພາບ​ການ​ໃໝ່, ມີ​ວິ​ໄສ​ທັດ​ຍາວ​ນານ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ ສະ​ເໜີ​ໃຫ​້ບັນດາ​ຜູ້​ຊ່ຽວຊານ, ນັກວິທະຍາສາດ​ຈົ່ງ​ຮັບ, ລວບ​ລວມຄຳ​ເຫັນ ​ແລະ ສືບ​ຕໍ່​ປຶກສາ​ຫາລື​ເພື່ອ​ປະກອບ​ສ່ວນ​ສ້າງ​ລະບຽບ​ການ​ສະພາ​ລັດຖະທຳ​ມະນູນ​ສຳ​ເລັດ.

 

ຂ່າວ/ບົດ​ອື່ນ