ການພົບປະສົນທະນາ “ແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດ, ວັດຖຸລະເບີດພາຍຫຼັງສົງຄາມຢູ່ ຫວຽດນາມ”

ການພົບປະສົນທະນາ “ແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດ, ວັດຖຸລະເບີດພາຍຫຼັງສົງຄາມຢູ່ ຫວຽດນາມ” - ảnh 1
​​ການເກັບ​ກູ້ລະ​ເບີດ​ຍັງ​ບໍ່​ທັນ​ແຕກ
ພາບປະກອບ

(vovworld) - ຕອນ​ບ່າຍ​ວັນ​ທີ 27/3, ຢູ່ ຮ່າ​ໂນ້ຍ, ກະຊວງ​ແຮງ​ງານ ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຫວຽດນາມ ​ໄດ້​ສົມທົບ​ກັບ​ສູນ​​ເກັບ​ກູ້ລະ​ເບີດ​ຍັງ​ບໍ່​ທັນ​ແຕກນຸດສະທຳ​ສາກົນ Geneve (ຫຼື GICHD) ​ແລະ ກອງ​ທຶນ​ທະຫານ​ຜ່ານ​ເສີກ ອາ​ເມ​ລິ​ກາ ຢູ່ ຫວຽດນາມ (IC – VVAF) ຈັດ​ຕັ້ງ​ການ​ພົບ​ປະ​ສົນທະນາ “​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ລູກ​ລະ​ເບີດ, ວັດຖຸ​ລະ​ເບີດ​ພາຍຫຼັງ​ສົງຄາມ​ຢູ່ ຫວຽດນາມ”. ທີ່​ການ​ພົບ​ປະ​ສົນທະນາ, ຜູ້​ຕາງ​ໜ້າ​​ອົງການ​ການ​ທູດ​ບາງ​ປະ​ເທດ, ອົງ​ການ​ສາກົນ, ອົງ​ການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ໄດ້​ກ່າວ​ຄຳ​ເຫັນ​ດີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມ ​ແລະ ໝາກຜົນ​ສຳຄັນ​ທີ່​ບັນລຸ​​ໄດ້​ຂອງ​ລັດຖະບານ, ປະຊາຊົນ ຫວຽດນາມ ​ໃນ​ການ​​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງຈາກ​ລູກ​ລະ​ເບີດຍັງ​ບໍ່​ທັນ​ແຕກ​ພາຍ​ຫຼັງ​ສົງຄາມ​ໃນ​ໄລຍະ​ຜ່ານ​ມາ. ພ້ອມ​ທັງ ​ໃຫ້​ຄຳ​ໝັ້ນ​ສັນຍາ​ກ່ຽວ​ກັບຈຸດໝາຍ, ນະ​ໂຍບາຍ​ໜູນ​ຊ່ວຍ​ທີ່​ມີ​ຕໍ່​ບັນດາ​ໂຄງການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ລູກ​ລະ​ເບີດ​ເບີດຍັງ​ບໍ່​ທັນ​ແຕກພາຍຫຼັງ​ສົງຄາມ​ຢູ່ ຫວຽດນາມ. ທ່ານ ບູ່​ຍຮົ່ງຫຼີງ, ຮອງ​ລັດຖະມົນຕີ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຫວຽດນາມ ຖື​ວ່າ:

        ​“​ເພື່ອ​ແກ້​ໄຂ​ຜົນ​ຮ້າຍ​ຈາກ​ລູກ​ລະ​ເບີດທີ່​ຍັງ​ບໍ່​ທັນ​ແຕກ, ສຳລັບ​ໂຄງການ​ນີ້ ພວກ​ຂ້າພະ​ເຈົ້າ​ຕ້ອງການ​ຈຳນວນ​ເງິນ 700 ລ້ານ USD. ພວກ​ຂ້າພະ​ເຈົ້າ​ສືບ​ຕໍ່​ຜັນ​ຂະ​ຫຍາ​ຍປະຕິບັດ​ບັນດາ​ໂຄງການ​ໜູນ​ຊ່ວຍ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ລູກ​ລະ​ເບີດ​ຍັງ​ບໍ່​ທັນ​ແຕກເພື່ອ​ເຊື່ອ​ມຕົວເຂົ້າ​ກັບ​ວົງ​ຄະນະ​ຍາດ, ​ໂຄສະນາ​ສຶກສາ​ໃຫ້​ປະຊາຊົນ​ປ້ອງ​ກັນ, ສະ​ກັດ​ກັ້ນ​ອຸບັດ​ຕິ​ເຫດ​ຈາກ​ລູກ​ລະ​ເບີດ, ພິ​ເສດ​ແມ່ນພວກ​ນ້ອງ​ເຍົາວະ​ຊົນ​ ​ແລະ ບັນດາ​ບຸກຄົນ​ທີ່​ປະຈຸ​ບັນ​ພວມ​ດຳລົງ​ຊີວິດ​ຢູ່​ເຂດ​ທີ່​ມີລູກ​ລະ​ເບີດ​ໝາກ​ມິນ​ຕົກ​ຄ້າງ​ຫຼວງ​ຫຼາຍ, ປະຕິບັດ​ບັນດາ​ໂຄງການ​​ເກັບ​ກູ້​ລະ​ເບີດຍັງ​ບໍ່​ທັນ​ແຕກ ​ເພື່ອ​ສ້າ​ງ​ເງື່ອນ​ໄຂ​ດຳ​ລົງ​ຊີວິດ ​ແລະ ກໍ່ສ້າງ​ບັນດາ​ກິດຈະກຳ​ສະຫວັດດີ​ການ​ສັງຄົມ. ນຳ​ສູນ​ຄຸ້ມ​ຄອງ​ຂໍ້​ມູນ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ລູກ​ລະ​ເບີດ​ຍັງ​ບໍ່​ທັນ​ແຕກນຳ​ເຂົ້າ​ເຄື່ອນ​ໄຫວ”

        ຕາມ​ການ​ຄາດ​ຄະ​ເນ​ບໍ່​ທັນ​ຄົບ​ຖ້ວນ, ນັບ​ແຕ່​ພາຍຫຼັງ​ສົງຄາມ​ຮອດ​ປີ 2000, ຫວຽດນາມ ມີ​ຜູ້​​ເສຍ​ຊີວິດ ​ແລະ ​ຮັບ​ບາດ​ເຈັບ​ຍ້ອນ​ລູກ​ລະ​ເບີດກ່ວາ 100.000 ຄົນ.

 

ຂ່າວ/ບົດ​ອື່ນ