ການພົບປະສົນທະນາ“10ປີແຫ່ງການປະຕິບັດສົນທິສັນຍາອະນຸລັກຮັກສາມໍລະດົກວັດທະນະທຳບໍ່ມີຮູບຮ່າງ”

ການພົບປະສົນທະນາ“10ປີແຫ່ງການປະຕິບັດສົນທິສັນຍາອະນຸລັກຮັກສາມໍລະດົກວັດທະນະທຳບໍ່ມີຮູບຮ່າງ” - ảnh 1
ທ່ານ​ນາງ Sun Lei ຫົວຫນ້າ​ຫ້ອງການ UNESCO
ປະຈຳ​ຫວຽດນາມ
ພາບ: internet


(vovworld)-ວັນ​ທີ 24/7 ຢູ່ ຮ່າ​ໂນ້ຍ, ຄະນະ​ກຳມະການ​ແຫ່ງ​ຊາດ UNESCO ຫວຽດນາມ ​ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ສົນທະນາ“10ປີ​ແຫ່ງ​ການ​ປະຕິບັດ​ສົນທິສັນຍາ​ອະນຸລັກ​ຮັກສາ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ- ສິ່ງ​ບັນລຸ​ໄດ້ ​ແລະ ບໍ່​ທັນ​ບັນລຸ​ໄດ້-​ການ​ກຳນົດ​ທິດ​ໃຫ້​ອະນາຄົດ”. ກ່າວ​ຄຳ​ເຫັນ​ໄຂ​ການ​ພົບ​ປະ​ສົນທະນາ, ທ່ານ​ນາງ Sun Lei ຜູ້ຕາງຫນ້າ​ຫ້ອງການ UNESCO ປະຈຳ​ຫວຽດນາມ ຖື​ວ່າ: ຫວຽດນາມ ພວມ​ມານະ​ພະຍາຍາມ​ໃນ​ການ​ປະຕິບັດ​ສົນທິສັນຍາ UNESCO ກ່ຽວ​ກັບ​ການ​ອະນຸລັກ​ຮັກສາ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ. ຫວຽດນາມ ​ໄດ້​ມີ​ການ​ປະກອບສ່ວນ​ຢ່າງ​ລະອຽດ​ທີ່​ພິສູດ​ໃຫ້​ເຫັນ​ວ່າ: ວັດທະນະທຳ​ທັງ​ສ້າງ​ກຳລັງ​ຫນູນ​ທັງ​ຊຸກຍູ້​ການ​ພັດທະນາ​ແບບ​ຍືນ​ຍົງ​ຢູ່​ແຕ່ລະ​ປະ​ເທດ. ທີ່​ການ​ພົບ​ປະ​ສົນທະນາ, ບັນດາ​ຜູ້​ແທນ​ໄດ້​ສຸມ​ໃສ່​ຕີ​ລາຄາ​ໄລຍະ 10 ປີ ​ແຫ່ງ​ການ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ​ຂອງ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ຂອງ​ຫວຽດນາມ ກໍ​ຄື​ສະ​ເຫ​ນີບັນດາ​ມາດ​ຕະການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ໃນ​ທ່າ​ອ່ຽງພັດທະນາ​ປະຈຸ​ບັນ.

ຂ່າວ/ບົດ​ອື່ນ