ການພົບປະເຈລະຈາຂັ້ນສູງ ຫວຽດນາມ - ອິນໂດເນເຊຍ

(VOVWORLD) - ທີ່ການພົບປະເຈລະຈາ, 2 ຝ່າຍໄດ້້ເຫັນດີສູ້ຊົນນຳວົງເງິນການຄ້າ 2 ສົ້ນໃຫ້ລື່ນກາຍ 15 ຕື້ USD ໃນໄລຍະຈະມາເຖິງ.
ການພົບປະເຈລະຈາຂັ້ນສູງ ຫວຽດນາມ - ອິນໂດເນເຊຍ - ảnh 1ທີ່ການພົບປະເຈລະຈາ
(ພາບ: qdnd.vn)

        ຕອນເຊົ້າວັນທີ 04 ສິງຫາ, ຢູ່ສຳນັກງານສະພາຕ່ຳ ອິນໂດເນເຊຍ, ນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ, ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິງເຫວະ ໄດ້ດຳເນີນການພົບປະເຈລະຈາກັບທ່ານນາງປະທານສະພາຕ່ຳ ອິນໂດເນເຊຍ Puan Maharani.

        ທີ່ການພົບປະເຈລະຈາ, 2 ຝ່າຍໄດ້້ເຫັນດີສູ້ຊົນນຳວົງເງິນການຄ້າ 2 ສົ້ນໃຫ້ລື່ນກາຍ 15 ຕື້ USD ໃນໄລຍະຈະມາເຖິງ. ທ່ານປະທານສະພາແຫ່ງຊາດ ເວືອງດິງເຫວະ ສະເໜີໃຫ້ ອິນໂດເນເຊຍ ເປີດປະຕູຕະຫຼາດໃຫ້ບັນດາສິນຄ້າທີ່ເປັນຜະລິດຕະພັນກະເສດ ແລະ ໝາກໄມ້ຂອງ ຫວຽດນາມ, ພ້ອມທັງ ສືບຕໍ່ສ້າງເງື່ອນໄຂສະດວກ, ສົ່ງເສີມວິສາຫະກິດ ຫວຽດນາມ ເຄື່ອນໄຫວຜະລິດ ດຳເນີນທຸລະກິດຢູ່ ອິນໂດເນເຊຍ. 2 ຝ່າຍເຫັນດີຍູ້ແຮງບັນດາມາດຕະການສົ່ງເສີມການຄ້າ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ 2 ປະເທດ ຫັນບັນດາຂົງເຂດຮ່ວມມືລົງທຶນ, ດຳເນີນທຸລະກິດເປັນຫຼາຍຮູບຫຼາຍແບບ.

        ການນຳ 2 ທ່ານກໍ່ເຫັນດີເພີ່ມທະວີການຮ່ວມມືໃນບັນດາຂົງເຂດສຳຄັນອື່ນໆ, ໃນນັ້ນມີ ວັດທະນະທຳ, ການສຶກສາ, ທ່ອງທ່ຽວ, ຍູ້ແຮງການພົວພັນແລກປ່ຽນປະຊາຊົນ, ເພີ່ມຖ້ຽວບິນການຄ້າໂດຍກົງ, ປາດຖະໜາຢາກເປີດຖ້ຽວບິນໂດຍກົງລະຫວ່າງ ຮ່າໂນ້ຍ - ຈາກາຕາ. 2 ຝ່າຍກໍ່ເຫັນດີເພີ່ມທະວີການຮ່ວມມືທາງທະເລ ແລະ ອາຊີບການປະມົງ, ຊຸກຍູ້ການແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງການຫາປາຢ່າງຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ຖືກຕາມຂໍ້ກຳນົດ (IUU).

        ການນຳ 2 ທ່ານກໍ່ເຫັນດີສືບຕໍ່ເພີ່ມທະວີການປະກອບຄວາມເຫັນປຶກສາຫາລື ແລະ ສົມທົບກັນຢ່າງແໜ້ນແຟ້ນລະຫວ່າງ 2 ປະເທດຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ; ຢືນຢັນຄືນໃໝ່ຄວາມສຳຄັນຂອງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອຢູ່ທະເລຕາເວັນອອກ; ພ້ອມກັນສົມທົບກັນຮັກສາຄວາມສາມັກຄີ ແລະ ຫຼັກໝັ້ນລວມຂອງ ອາຊຽນ ໃນບັນຫາທະເລຕາເວັນອອກ.

        ສິ້ນສຸດການພົບປະເຈລະຈາ, ການນຳ 2 ທ່ານໄດ້ເຊັນຂໍ້ຕົກລົງຮ່ວມມືລະຫວ່າງ 2 ອົງການນິຕິບັນຍັດ.

ຕອບກັບ

ຂ່າວ/ບົດ​ອື່ນ