ການພົບປະແລກປ່ຽນລະຫວ່າງບັນດາສະຖານທູດ ແລະ ບັນດາອົງການຜູ້ຕາງໜ້າຢູ່ສິງກະໂປ

(VOVWORLD) - ນີ້ແມ່ນການເຄື່ອນໄຫວລວມໝູ່ຢູ່ກາງແຈ້ງທຳອິດຂອງ ສະຖານທູດບັນດາປະເທດ ອາຊຽນ ທີ່ຈັດຂຶ້ນພາຍຫຼັງໂລກລະບາດໂຄວິດ - 19
ການພົບປະແລກປ່ຽນລະຫວ່າງບັນດາສະຖານທູດ ແລະ ບັນດາອົງການຜູ້ຕາງໜ້າຢູ່ສິງກະໂປ - ảnh 1ບັນດາຜູ້ແທນເຂົ້າຮ່ວມການພົບປະແລກປ່ຽນ
(ພາບ:Lê Dương/ ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ Singapore)

ເພື່ອເປັນການສະເຫຼີມສະຫຼອງ 56 ປີແຫ່ງວັນສ້າງຕັ້ງສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) (8/8/1967 – 8/8/2023), ຕອນເຊົ້າວັນທີ 8 ສິງຫາ, ສະຖານທູດ ຫວຽດນາມ ປະຈຳ ສິງກະໂປ ໄດ້ສົມທົບກັບສະຖານທູດ ອິນໂດເນເຊຍ (ປະເທດປະທານ ອາຊຽນ 2023) ແລະ ສະຖານທູດ ບັນດາປະເທດ ອາຊຽນ, ຈັດການເຄື່ອນໄຫວຍ່າງ ແລະ ພົບປະແລກປ່ຽນກັບສະຖານທູດ ແລະ ບັນດາອົງການຜູ້ຕາງໜ້າຂອງບັນດາປະເທດ ອາຊຽນ ໃນບໍລິເວນ. ນີ້ແມ່ນການເຄື່ອນໄຫວລວມໝູ່ຢູ່ກາງແຈ້ງທຳອິດຂອງ ສະຖານທູດບັນດາປະເທດ ອາຊຽນ ທີ່ຈັດຂຶ້ນພາຍຫຼັງໂລກລະບາດໂຄວິດ - 19, ເພື່ອແນໃສ່ສ້າງໂອກາດເພື່ອໃຫ້ບັນດາພະນັກງານ, ພາລະກອນສະຖານທູດ ແລະ ບັນດາອົງການຜູ້ຕາງໜ້າຂອງ ອາຊຽນ ປະຈຳ ສິງກະໂປ ພົບປະແລກປ່ຽນ, ເພີ່ມທະວີນ້ຳໃຈສາມັກຄີ, ພ້ອມທັງໂຄສະນາພາບພົດ ອາຊຽນ ເຖິງມະຫາຊົນ ສິງກະໂປ ແລະ ເພື່ອນມິດສາກົນ.

        ທ່ານ ມາຍເຟືອກຢຸ້ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສິງກະໂປ ໃຫ້ຮູ້ວ່າ: ນີ້ແມ່ນການເຄື່ອນໄຫວມີຄວາມໝາຍທີ່ສຸດ, ສະແດງໃຫ້ເຫັນ ອາຊຽນ ແມ່ນຄອບຄົວໜຶ່ງໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ທ່ານກໍ່ຕີລາຄາສູງ ຂໍ້ສະເໜີຂອງເອກອັກຄະລັດຖະທູດ ອິນໂດເນເຊຍ, ເຊິ່ງເປັນປະເທດປະທານໝູນວຽນ ອາຊຽນ, ກ່ຽວກັບການຈັດການເຄື່ອນໄຫວນີ້, ທັງນີ້ກໍ່ເປັນຊ່ວຍຜູກມັດບັນດາສະມາຊິກໃນຄອບຄົວ ອາຊຽນ ພວມປະຈຳການຢູ່ ສິງກະໂປ ໃຫ້ແໜ້ນແຟ້ນກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ