ການພົບປະແລກປ່ຽນສິລະປະນະຄອນ ໂຮ່ຈີມິນ ແລະ ແຂວງ ຈຳປາສັກ

ການພົບປະແລກປ່ຽນສິລະປະນະຄອນ ໂຮ່ຈີມິນ ແລະ ແຂວງ ຈຳປາສັກ - ảnh 1
ພິທີມອບຫຼຽນໄຊ
(ພາບ: Viet Dung)

(vovworld) - ຕອນ​ຄຳ່​ວັນ​ທີ 29/6, ຢູ່​ ປາກ​ເຊ, ​ແຂວງ ຈຳ​ປະ​ສັກ ​ໄດ້​ດຳ​ເນີນ​ຄຳ່​ຄືນ​ພົບ​ປະ​ແລກປ່ຽນ​ສິລະ​ປະນະ​ຄອນ ​ໂຮ່ຈີ​ມິ​ນ - ​ແຂວງຈຳປາ​ສັກ ​ເພື່ອ​ຂຳ​ນັບ​ຮັບ​ຕ້ອນບັນດາ​ເຫດ​ການ​ໃຫຍ່​ໃນ​ປີ​ນີ້​ລະຫວ່າງ​ຫວຽດນາມ ​ແລະ ລາວ. ມີ​ບັນດາ​ລາຍການ​ຟ້ອນ​ລຳ​ທຳ​ເພງ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຊຶ່ງຍ້ອງຍໍພັກ, ບ້ານ​ເກີດ​ເມືອງ​ນອນ​ຂອງ 2 ປະ​ເທດ ຫວຽດນາມ, ລາວ, ຍ້ອງຍໍ​ສັນລະ​ເສີນ​ນ້ຳ​​ໃຈ​ສັດ​ຊື່​ບໍ​ລິ​ສຸດ​ລະຫວ່າງ 2 ຊາດໄດ້ຖືກ​ສະ​ແດງ​ໃນ​ຄຳ່​ຄືນ​ນີ້. ກ່ອນ​ໜ້າ​ນັ້ນ, ຄະນະ​ຜູ້​ແທນ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ​ການ​ມອບ​ຫຼຽນ​ໄຊ​ມິດ​ຕະພາບ 2 ຫຼຽນ​ຂອງທ່ານ​ປະທານ​ປະ​ເທ​ດຫວຽດນາມ Truong Tan Sang ​ໃຫ້​ແກ່​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ​ແຂວງ ຈຳປາ​ສັກ ​ແລະ ທ່ານ ສອນ​ໄຊ ສີພັນ​ດອນ, ​ເຈົ້າ​ແຂວງ​ແຂວງ ຈຳ​ປາ​ສັກ, ມອບ​ຫຼຽນ​​ໄຊ​ມິດ​ຕະພາບ​ຂອງທ່ານ​ປະທານ​ປະ​ເທ​ດຫວຽດນາມ Truong Tan Sang ​ໃຫ້​ແກ່​ທ່ານ ບົວ​ລີ ​ເພັດ​ສ​ົງຄາມ, ຫົວໜ້າພະ​ແນ​ກພົວພັນ​ຕ່າງປະ​ເທດ​ແຂວງ ຈຳປາ​ສັກ ​ແລະ ມອບ​ໃບ​ຍ້ອງຍໍ​ຂອງ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ​ໃຫ້​ແກ່​ພະ​ແນ​ກພົວພັນ​ຕ່າງປະ​ເທດແຂວງ ຈຳປາ​ສັກ.

ຂ່າວ/ບົດ​ອື່ນ