ການພົບເຫັນ ແລະ ປັບໄໝລົງໂທດການສໍ້ລາດບັງຫຼວງຂຶ້ນກັບຄວາມຮັບຜິດຊອບຂອງບັນດາອົງການບໍລິຫານລັດ

ການພົບເຫັນ ແລະ ປັບໄໝລົງໂທດການສໍ້ລາດບັງຫຼວງຂຶ້ນກັບຄວາມຮັບຜິດຊອບຂອງບັນດາອົງການບໍລິຫານລັດ - ảnh 1
ວາລະອະພິປາຍຂອງອົງການກວດກາລັດຖະບານ
(ພາບ:VGP)

(vovworld) - ທີ່ວາລະ​ອະພິ​ປາຍ “ການ​ພົບ​ເຫັນ ​ແລະ ​ການ​ປັບ​ໄໝ​ລົງ​ໂທ​ດການ​ກະທຳ​ສໍ້​ລາດ​ບັງ​ຫຼວງ​ແມ່ນຂຶ້ນກັບ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ບັນດາ​ອົງການ​ບໍລິຫານ​​ລັດ” ທີ່ກຳມາ​ທິການ​ກົດໝາຍ​ຂອງ​ສະພາ​ແຫ່ງ​ຊາດ ​ຫາ​ກໍ່​ຈັດ​ຕັ້ງ​. ທ່ານ​ຫົວໜ້າ​ອົງການກວດກາ​ລັດຖະບານ ຮິ່ງຟອງ​ແຈງ ​ໃຫ້​ຮູ້​ວ່າວ​ຽກງາ​ນປ້ອງ​ກັນ, ຕ້ານ​ການ​ສໍ້ລາດ​ບັງ​ຫຼວງ​ໄດ້​ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ. ການ​ສໍ້​ລາດ​ບັງ​ຫຼວງ​ໃນ​ຂົງ​ເຂດ​ຈຳນວນ​ໜຶ່ງ​ພວມ​ໄດ້​ຄວບ​ຄຸມ​ເທື່ອ​ລະ​ກ້າວ. ທ່ານ​ຫົວໜ້າ​​ອົງການ​ກວດກາ ຍັງ​ຖື​ວ່າ: ວຽກ​ງານ​ກວດກາ​ມຸ່ງ​ໄປ​ເຖິງ​ຫຼາຍ​ຈຸດໝາຍ, ​ເນື້ອ​ໃນ ຫາກ​ບໍ່​ພຽງ​​ແຕ່ການ​ພົບ​ເຫັນ ​ແລະ ​ປັບ​ໄໝ​ລົງ​​ໂທດ​ເທົ່າ​ນັ້ນ. ກ່າວ​ຄຳ​ເຫັນ​ທີ່​ວາລະ​ອະພິ​ປາຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ວ່າ:

    “ວຽກ​ງານ​ຕ້ານ​ການ​ສໍ້ລາ​ດບັງ​ຫຼວງ ຢູ່ ຫວຽດນາມ ຍັງ​ມີ​ຫຼາຍ​ບັນຫາ​ທີ່​ຍັງ​ຄົງ​ຄ້າງ. ນີ້​ແມ່ນ​ບັນຫາ​ໃຫຍ່, ຍາວ​ນານ, ດັ່ງ​ນັ້ນ ກ່ອນ​ອື່ນ​ໝົດ ບັນດາ​ອົງການ​ບໍລິຫານ​ລັດ, ບັນດາ​ອົງການ​ຍຸຕິ​ທຳລ້ວນ​ແຕ່​​ປະ​ຕິ​ບັດ​ວຽກ​ງານ​ນີ້. ລະບົບ​ກົງຈັກ​ລັດ ​ນັບທັງ​ລະບົບ​ການ​ເມືອງ​ຕ້ອງ​ເຂົ້າ​ຮ່ວມ. ທີ່ 2 ​ແມ່ນ, ວຽກ​ງານ​ນີ້​ຍັງ​ສັບສົນ​ຫຍຸ້ງ​ຍາກ​ຫຼາຍ, ດັ່ງ​ນັ້ນ​ຕ້ອງ​ມີຄວາມ​ຕັດສິນ​ໃຈ​ດ້ານ​ການ​ເມືອງ​ສູງ. ຂ້າພະ​ເຈົ້າ​ຄິດ​ວ່າ ວຽກ​ງານ​ຫຍຸ້ງ​ຍາກ​ຄື​ແນວ​ນີ້ຕ້ອງ​ມີ​ຄວາມ​ຕັດສິນ​ໃຈ​ດ້ານ​ການ​ເມືອງ​ສູງ​ຈຶ່ງ​ບັນ​ລຸ​ຜົນສຳ​ເລັດ.”

ຂ່າວ/ບົດ​ອື່ນ