ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ ແລະ ຍີ່ປຸ່ນຈະພັດທະນາ ຢ່າງແຮງ

ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ ແລະ ຍີ່ປຸ່ນຈະພັດທະນາ ຢ່າງແຮງ - ảnh 1
(ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ທ່ານ​ເລ​ຫາຍ​ບິງ)

(vovworld) - ວັນ​ທີ 16/12/2014, ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ ກ່ຽວ​ກັບ​ເຫດການສຳ​ພັນທະ​ມິດ​ກຳ​ອຳນາດ​ຂອງ​ພັກປະຊາທິປະ​ໄຕ​ເສລີ (LDP) ​ແລະ ພັກ NKP ໃນ​ການ​ເລືອກ​ຕັ້ງ​ສະພາ​ຕຳ່​ຍີ່ປຸ່ນ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ທ່ານ​ເລ​ຫາຍ​ບິງ ​ໃຫ້​ຮູ້​ວ່າ: ຫວຽດນາມ ອວຍພອນ​ໄຊຊະນະ​ຂອງ​ສຳພັນ​ທະ​ມິດ​ກຳ​ອຳນາດ​ຂອງ​ພັກ​ປະຊາທິປະ​ໄຕ​ເສລີ (LDP) ​ແລະ ພັກ NKP ໃນ​ການ​ເລືອກ​ຕັ້ງ​ສະພາ​ຕຳ່​ຜ່ານ​ມາ. ຫວຽດນາມ ​ເຊື່ອ​ໝັ້ນ​ວ່າ: ພາຍ​ໃຕ້​ການ​ຊີ້ນຳ​ນຳພາ​ຂອງ​ສຳພັນ​ທະ​ມິດ​ກຳ​ອຳນາດ, ປະ​ເທດ​ຍີ່ປຸ່ນ ຈະ​ສືບ​ຕໍ່​ພັດທະນາ, ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ລະຫວ່າງ ຫວຽດນາມ-​ຍີ່ປຸ່ນ​ ນັບ​ມື້​ນັບ​ໄດ້​ຮັບ​ການ​ເພີ່ມ​ທະວີ ​ແລະ ປັບປຸງ, ຕອບ​ສະໜອງ​ຜົນ​ປະ​ໂຫຍ​ດ, ຄວາມ​ມຸ່ງ​ມາດປາດ​ຖະໜາຂອງປະຊາຊົນ 2 ປະ​ເທດ, ປະກອບສ່ວນ​​ເພື່ອສັນຕິພາບ, ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ ​ແລະ ​ໃນ​ໂລກ.

ຂ່າວ/ບົດ​ອື່ນ