ການພົວພັນມິດຕະພາບຫວຽດນາມ-Algeriaຕ້ອງໄດ້ຮັບການປັບປຸງແລະພັດທະນາຢ່າງບໍ່ຢຸດຢັ້ງ

ການພົວພັນມິດຕະພາບຫວຽດນາມ-Algeriaຕ້ອງໄດ້ຮັບການປັບປຸງແລະພັດທະນາຢ່າງບໍ່ຢຸດຢັ້ງ - ảnh 1
ທ່ານ Bouhedja Said ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ສຳ​ນັກ​ຂ່າວ​
ສານ ຫວຽດ​ນາມ
(ພາບ: Vietnam+)

(vovworld) – ​ ການ​ພົວ​ພັນ​ມິດ​ຕະ​ພາບ​ ຫວຽດ​ນາມ - Algeria ຕ້ອງ​ໄດ້​ຮັບ​ການ​ປັ​ບ​ປຸງ​ແລະ​ພັດ​ທະ​ນາ​ຢ່າງບໍ່​ຢຸດຢັ້ງ, ທ່ານ Bouhedja Said, ກຳ​ມະ​ການ​ກົມ​ການ​ເມືອງ, ຮັບ​ຜິດ​ຊອບ​ບັນ​ຫາ​​ສື່ສານ​ຂອງ​ພັກ​ກຳ​ອຳ​ນາດ Algeria (FLN), ໄດ້ຢັ້ງ​ຢືນ​ຄື​ແນວນັ້ນ​ໃນ​ການ​ໂອ້​ລົມ​ກັບ​ນັກ​ຂ່າວ​ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ ປະ​ຈຳ Alger​s. ທ່ານ Said ໃຫ້​ຮູ້​ວ່າ: ປະ​ຊາ​ຊົນ ແລະ ປະ​ເທດ Algeria ຈະ​ມີ​ການ​ກະ​ທຳ​ເພື່ອ​ສະ​ແດງ​ໃຫ​້​ເຫັນ​ນ້ຳ​ໃຈ​ສາ​ມັກ​ຄີ​ໃນ​ບັນ​ດາ​ເຫດ​ການ​ສະ​ເຫຼີມ​ສະຫຼອງ​ໄຊ​ຊະ​ນະ​ຂອງ ຫວຽດ​ນາມ, ສະ​ແດງ​ໃຫ​້​ເຫັນ​ປະ​ຊາ​ຊົນ Algeria ຍາມ​ໃດ​ກໍ່​ຮຽງ​ບ່າ​ຮຽງ​ໄຫຼ່​ກັບ ຫວຽດ​ນາມ, ບໍ່​ພຽງ​ແຕ່​ໃນ​ການ​ຕໍ່​ສູ້​ລວມ​ຕ້ານ​ລ່າ​ເມືອງ​ຂຶ້ນ, ຈັກ​ກະ​ພັດ​ເພື່ອ​ປົດ​ປ່ອຍ​ປະ​ເທດ​ຊາດ​ເທົ່າ​ນັ້ນ ຫາກ​ຍັງ​ໃນ​ພາ​ລະ​ກິດ​ຕໍ່​ສູ້​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ, ພັດ​ທະ​ນາ​ປະ​ເທດ​ຊາດອີກ​ດ້ວຍ. ຕາມ​ທ່ານ Said ແລ້ວ, 2 ປະ​ເທດ​ຄວນ​ຮັດ​ແໜ້ນ​ການ​ພົວ​ພັນ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ, ເພີ່ມ​ທະ​ວີ​ທີ່​ຕັ້ງ​ບົດ​ບາດ​ການ​ເມືອງ, ຄວາມ​ສາ​ມັກ​ຄີ, ຄວາມ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ຄວາມ​ວັດ​ທະ​ນາ​ຖາ​ວອນ, ຄວາມ​ຍຸ​ຕິ​ທຳ, ສັນ​ຕິ​ພາບ​ໃນ​ໂລກ. ພິ​ເສດ, ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ 2 ປະ​ເທດ​ຄ​ວນ​ໄດ້​ຮັບ​ການ​ປັບ​ປຸງ​ຢ່າງບໍ່​ຢຸດຢັ້ງ​ຜ່ານ​ບັນ​ດາ​ການ​ພົວ​ພັນລະ​ຫວ່າງ​ລັດ​ຖະ​ສະ​ພາ, ແລກ​ປ່ຽນ​ລະ​ຫວ່າງຊາວ​ໜຸ່ມ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ, ອົງ​ການ​ພົນ​ລະ​ເຮືອນ, ລັດ​ຖະ​ບານ, ເຫັນ​ດີ​ເປັນ​ເອ​ກະ​ສັນ​​ຕໍ່ທັດ​ສະ​ນະ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສາ​ກົນ, ຮ່ວມ​ມືຫຼາຍ​ຮູບ​ແບບ​ໃນ​ທຸກໆ​ຂົງ​ເຂດ: ການ​ເມືອງ, ເສດ​ຖະ​ກິດ, ສັງ​ຄົມ… ຕໍ່​ສູ້​ເພື່ອ​ໂລກ​ແຫ່ງວັດ​ທະ​ນາ​ຖາວ​ອນ, ຍຸ​ຕິ​ທຳ ແລະ ປະ​ຊາ​ຊົນ​ມ​ີ​ຊີ​ວິດ​ເສ​ລີ​ກ່​ວາ.


ຂ່າວ/ບົດ​ອື່ນ