ການພົວພັນລະວ່າງຫວຽດນາມ-ສເກົາຫລີພັດທະນາຢ່າງຮອບດ້ານໃນຫລາຍຂົງເຂດ

ການພົວພັນລະວ່າງຫວຽດນາມ-ສເກົາຫລີພັດທະນາຢ່າງຮອບດ້ານໃນຫລາຍຂົງເຂດ - ảnh 1
ນະຄອນ Busan
photo:internet


(vovworld)- ຕອນ​ເຊົ້າ​ວັນ​ທີ 2/4 ຢູ່ ຮ່າ​ໂນ້ຍ, ທ່າ​ນຮອງ​ນາຍົກລັດຖະມົນຕີ, ທັງ​ເປັນ​ລັດຖະມົນຕີການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບີ​ງມີ​ງ ​ໄດ້​ຕ້ອນຮັບ​ທ່ານ  Hur Nam Sik ເຈົ້າ​ຄອງ​ນະຄອນ Busan ສ​​ເກົາຫລີ ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່​ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບີ​ງມີ​ງ ສະ​ເຫ​ນີ ນະຄອນ Busan ສືບ​ຕໍ່​ຊຸກຍູ້ ​ແລະ ​ເປີດ​ກວ້າງ​ກາ​ນຮ່ວມ​ມື​ກັບ​ນະຄອນ ​ໂຮ່ຈິ​ມີນ ກໍ​ຄື​ບັນດາ​ທ້ອງ​ຖິ່ນ​ອື່ນ​ຂອງ​ຫວຽດນາມ. ສ່ວນ​ທ່ານ Hur Nam Sik ຢືນຢັນ​ວ່າ: ບົນ​ພື້ນຖານ​ການ​ພົວພັນ“ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ” ຫວຽດນາມ - ສ​ເກົາຫລີ ພວມ​ພັດທະນາ​ຢ່າງ​ຈົບງາມ, ທ່ານ​ເອງ ​ແລະ ອຳນາດ​ການ​ປົກຄອງ​ນະ​ຄອນ Busan ຈະ​ສືບ​ຕໍ່​ມານະ​ພະຍາຍາມ​ກວ່າ​ອີກ​ເພື່ອ​ຮັດ​ແຫນ້ນ​ນຳ້​ໃຈ​ມິດຕະພາບ ​ແລະ ກາ​ນຮ່ວມ​ມືລະຫວ່າງ​ສອງ​ປະ​ເທດ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ນະຄອນ ກໍ​ຄື​ສອງ​ປະ​ເທດ. ​

ຂ່າວ/ບົດ​ອື່ນ