ການພົວພັນລະຫວ່າງ ຫວຽດນາມ - ສິງກະໂປ ພັດທະນາຢ່າງກະໂດດຂັ້ນ

(VOVWORLD) - ອະນາຄົດຂອງການພົວພັນລະຫວ່າງ 2 ປະເທດແມ່ນແສງສະຫວ່າງ ແລະ ເຕັມໄປດ້ວຍຄວາມຫວັງ.
ການພົວພັນລະຫວ່າງ ຫວຽດນາມ - ສິງກະໂປ ພັດທະນາຢ່າງກະໂດດຂັ້ນ - ảnh 1ທ່ານເອກອັກຄະລັດຖະທູດ ສິງກະໂປ ປະຈຳ ຫວຽດນາມ Jaya Ratnam
(ພາບ: TTXVN)

        ຜ່ານເຄິ່ງທົດສະວັດສະໜິດທີ່ຕິດພັນນຳກັນ, ການພົວພັນລະຫວ່າງ ຫວຽດນາມ - ສິງກະໂປ ມີຫຼາຍບາດກ້າວກະໂດດຂັ້ນ ດ້ວຍພື້ນຖານແມ່ນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຢ່າງເລິກເຊິ່ງ ແລະ ການພົວພັນດ້ານເສດຖະກິດ - ການຄ້າພັດທະນາຢ່າງຕັ້ງໜ້າ. ອະນາຄົດຂອງການພົວພັນລະຫວ່າງ 2 ປະເທດແມ່ນແສງສະຫວ່າງ ແລະ ເຕັມໄປດ້ວຍຄວາມຫວັງ. ນີ້ແມ່ນຄຳຢືນຢັນຂອງທ່ານເອກອັກຄະລັດຖະທູດ ສິງກະໂປ ປະຈຳ ຫວຽດນາມ Jaya Ratnam, ເມື່ອຕອບສຳພາດຕໍ່ນັກຂ່າວ ເນື່ອງໃນໂອກາດ ຫວຽດນາມ ແລະ ສິງກະໂປ ຈັດພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ (01 ສິງຫາ 1973 – 01 ສິງຫາ 2023) ແລະ 10 ປີແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດ (ກັນຍາ 2013 - ກັນຍາ 2023).

        ທ່ານເອກອັກຄະລັດຖະທູດ Jaya Ratnam, ຖືວ່າ, ການພົວພັນລະຫວ່າງ ຫວຽດນາມ - ສິງກະໂປ ໄດ້ພັດທະນາຢ່າງແຮງໃນຕະຫຼອດຊຸມປີຜ່ານມາ, ໃນນັ້ນມີ 3 ຂົງເຂດເຊິ່ງ 2 ປະເທດມີບາດກ້າວກະໂດດຂັ້ນ. ທີ 1 ແມ່ນ, ຍາມໃດການນຳ 2 ປະເທດກໍ່ມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ, ສືບຕໍ່ການພົວພັນສະໜິດຕິດພັນຂອງລຸ້ນກ່ອນໆ. ທີ 2 ແມ່ນ, 2 ປະເທດລ້ວນແຕ່ໃຫ້ບຸລິມະສິດພັດທະນາເສດຖະກິດ. ທີ 3 ແມ່ນ, 2 ປະເທດຮ່ວມແຮງຮ່ວມໃຈສ້າງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແຫ່ງສັນຕິພາບ ແລະ ວັດທະນາຖາວອນ. ທ່ານ Jaya Ratnam ເນັ້ນໜັກວ່າ: 2 ປະເທດມີກາລະໂອກາດຮ່ວມມືຫຼາຍຢ່າງໃນຂົງເຂດການເຕີບໂຕໃໝ່, ຄື: ເສດຖະກິດດີຈີຕອນ, ພະລັງງານຜະລິດຄືນໃໝ່, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ແລະ ພື້ນຖານໂຄງລ່າງແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ