ການພົວພັນລະຫວ່າງ ຫວຽດນາມ ແລະ ອາເມລິກາ ຈະສືບຕໍ່ພັດທະນາຢ່າງແຮງ

ການພົວພັນລະຫວ່າງ ຫວຽດນາມ ແລະ ອາເມລິກາ ຈະສືບຕໍ່ພັດທະນາຢ່າງແຮງ - ảnh 1
ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ພົບປະກັບ
ທ່ານ​ລັດຖະມົນຕີ​ກະຊວງ​ກະສິກຳອາເມລິກາ Tom Vilsack
(ພາບ: TTXVN)

(vovworld) - ​ໂດຍ​ສືບ​ຕໍ່​ການ​ຢ້ຽມຢາມ​ອາ​ເມ​ລິ​ກາ ​ຢ່າງ​ເປັນ​ທາງ​ການ, ວັນ​ທີ 24/07, ຢູ່​ນະຄອນຫຼວງ ວໍ​ຊິນ​ເຕັນ ດີ​ຊີ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ລັດ​ຖະມົນຕີ​ກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ Penny Prizker, ທ່ານ​ລັດຖະມົນຕີ​ກະຊວງ​ກະສິກຳ Tom Vilsack, ຜູ້ຕາງໜ້າ​ການ​ຄ້າ​ທ່ານ Michael Froman. ທ່ານ​ປະທານ​ປະ​ເທດ​ໄດ້​ເຂົ້າ​ຮ່ວມ ​ແລະ ມີ​ບົດ​ກ່າວ​ປາ​ໄສ​ສຳຄັນ​ໃນ​ງານລ້ຽງຂອງ​ລັດຖະບານ​ອາ​ເມ​ລິ​ກາ ​ໂດຍ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kery ​ເປັນ​ປະທານ.

     ກ່າວ​ຄຳ​ເຫັນ​ທີ່​ງານ​ລ້ຽງ, ​ເຊິ່ງດຳ​ເນີນ​ໄປ​ຢູ່​ສຳນັກງານ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ, ທ່ານ​ປະທານ​ປະ​ເທດ ​ເຈືອ​ນ​ເຕີນ​ຊາງ ​ໄດ້​ແຈ້ງ​ໃຫ້​ຊາບ​ບັນດາໝາກ​ຜົນ​ແຫ່ງ​ການ​ພັດທະນາ ​ແລະ ນະ​ໂຍບາຍ​ເຊິ່ງຫວຽດນາມ ​ໄດ້ວາງ​ອອກ, ​ໃນ​ນັ້ນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດເຖິງ​ທ່າ​ພັດທະນາ, ສືບ​ຕໍ່​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ສ້າງ​ໂຄງ​ປະກອບ​ພື້ນຖານເສດຖະກິດຄືນ​ໃໝ່, ຍູ້​ແຮງ​ການ​ປະຕິ​ຮູບດ້ານ​ບໍລິຫານ ​ແລະ ປ້ອງ​ກັນ​, ຕ້ານ​ການ​ສໍລາດ​ບັງ​ຫຼວງ. ຫວຽດນາມ ​ໄດ້ ​ແລະ ພວມ​ຜັນຂະຫຍາຍ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ ເປັນ​ເຈົ້າ​ການ ​ແລະ ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ​ໃນ​ສະພາບ​ທີ່​ທົ່ວ​ພາກ​ພື້ນ​ ​ແລະ ທົ່ວ​ໂລກ​ພວມມີ​ການຜັນ​ແປ​ຫຼາຍ​ຢ່າງ. ທ່ານ​ປະທານ​ປະ​ເທດ ​​ເນັ້ນ​ໜັກ​ເຖິງ​ບົດບາດ​ຂອງ​ບັນດາ​ປະ​ເທດ​ໃຫຍ່ ​ໃນ​ນັ້ນ​ມີ​ອາ​ເມ​ລິ​ກາ.

        “​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຕົນ, ຍາມ​ໃດ​ຫວຽດນາມ ກໍ​ຖື​ອາ​ເມ​ລິ​ກາ ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ອັນ​ດັບ​ໜຶ່ງ. ການ​ພົວພັນ​ລະຫວ່າງ 2 ປະ​ເທດໃນ​ໄລຍະ​ຜ່ານ​ມາໄດ້​ມີ​ບັນດາ​ບາດກ້າວ​ທີ່​ຕັ້ງ​ໜ້າ​ບົນ​ພື້ນຖານ​ການ​ພົວພັນ​ຄູ່​ຮ່ວມ​ມື​ທີ່​ຕັ້ງໜ້າ, ມິດຕະພາບ, ສ້າງສາ, ຮ່ວມ​ມື​ຫຼາຍ​ດ້ານ, ​ເຄົາລົບ​ເຊິ່ງກັນ​ ​ແລະ ກັນ ​ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. 2 ປະ​ເທດ​ບໍ່​ພຽງ​ແຕ່​ຮ່ວມ​ມືຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ​​​ໃນ​ບັນດາ​ບັນຫາ 2 ຝ່າຍເທົ່າ​ນັ້ນ ຫາກ​ຍັງ​ໃນ​ບັນດາ​ບັນຫາ​ຂອງ​ພາກ​ພື້ນ ​ແລະ ທົ່ວ​ໂລກ, ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ​ຄື ປ້ອງ​ກັນ​ຕ້ານ​ກໍ່​ການ​ຮ້າຍ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​... ອີກ​ດ້ວຍ ​ແລະ ພິ​ເສດ​ແມ່ນ​ພວມ​ພ້ອມ​ກັນ​ຕັດສິນ​ໃຈ​ສ້າງສຳ​ເລັດ​ສັນຍາ​ການ​ຄ້າ​​ເຂດປາຊີ​ຟີ​ກ (TPP), ຕອບສະໜອງ​ຜົນ​ປະ​ໂຫຍ​ດຂອງ​ບັນດາ​ຝ່າຍ”.

       
ທ່ານ​ປະທານ​ປະ​ເທດ ຢືນຢັນ​ວ່າ ຫວຽດນາມ ພວມ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ຮັບປະກັນສິດ​ເສລີ​​ໃນ​ການ​ເຊື່ອ​ຖື​ສາສະໜາ, ຮັກສາ​ມູນ​ເຊື້ອ​ວັດທະນະທຳ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ຊາດ. ​ເນັ້ນ​ໜັກ​ເຖິງ​ກາລະໂອກາດ​ເພື່ອ​ນຳ​ການ​ພົວພັນ 2 ຝ່າຍ​ໄປ​ສູ່​ໄລຍະ​ພັດທະນາ​ໃໝ່.

ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ໄດ້​ພົບ​ປະ​ກັບ​ບັນດາ​ສະມາ​ຊິກ​ສະພາ​ສູງ ​ແລະ ສະພາ​ຕຳ່ ອາ​ເມ​ລິ​ກາ ​ແລະ ກຳມາ​ທິການ​ການ​ຕ່າງປະ​ເທດ​ສະພາ​ສູງ​ອາ​ເມ​ລິ​ກາ. ທີ່​ການ​ພົບ​ປະ, ບັນດາ​ສະມາຊິກ​ສະພາ​ຕຳ່, ສະພາ​ສູງ​ອາ​ເມ​ລິ​ກາ ​ເນັ້ນ​ຫນັກ​ວ່າ: ການ​ຢ້ຽມຢາມ​ຂອງ​ທ່ານ​ປະທານ​ປະ​ເທດ​ໄດ້​ເປີດ​ໄລຍະ​ໃຫມ່​ໃນ​ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ ພ້ອມ​ທັງ​ຢືນຢັນ​ວ່າ: ອາ​ເມ​ລິ​ກາ​ຖື​ບົດບາດ​ຂອງ​ຫວຽດນາມ​ໃນ​ບັນດາ​ບັນຫາ​ພາກ​ພື້ນ​ເປັນ​ສຳຄັນ ​ແລະ ສະພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ​ສະຫນັບສະຫນູນ​ອຳນາດ​ການ​ປົກຄອງ​ໃນ​ນະ​ໂຍບາຍ​ນຳ​ການ​ພົວພັນ​ ຫວຽດນາມ - ອາ​ເມ​ລິ​ກາ​ຂຶ້ນ​ສູ່​ລະດັບ​ສູງ​ກວ່າ; ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມ​ຂອງ ອາ​ຊຽນ ​​ແລະ ຫວຽດນາມ ​ໃນ​ການ​ຊຸກຍູ້​ການ​ເຈລະຈາ​ຢ່າງ​ເປັນ​ທາງ​ການ​ກ່ຽວ​ກັບ​ປະມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະ​ພຶດຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ(COC).

ກ່ອນ​ໜ້າ​ນັ້ນ, ​ໃນ​ຕອນ​ເຊົ້າ​ວັນ​ທີ 24/7, ຕາມ​ເວລາ ວໍ​ຊິງ​ຕັນ, ທ່ານ​ປະທານ​ປະ​ເທ​​ດ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານລັດຖະມົນຕີ​ກະຊວງ​ການ​ຄ້າ Penny Pritzker, ທ່ານ​ລັດຖະມົນຕີ​ກະຊວງ​ກະສິກຳ Tom Vilsack, ຜູ້​ຕາງໜ້າການ​ຄ້າ ທ່ານ Michael Froman. ນະ​ທີ່​ນີ້, ບັນດາ​ລັດຖະມົນຕີ ອາ​ເມ​ລິ​ກາ ​ເນັ້ນ​ໜັກ​ວ່າ​ການ​ພົວພັນລະຫວ່າງ 2 ປະ​ເທດ ພວມ​ມີ​ບັນດາ​ກາລະ​ໂອກາດ​ໃຫຍ່​ເພື່ອ​ພັດທະນາ​ຢ່າງ​ແຮງ​ໃນ​ໄລຍະ​ຈະ​ມາ​ເຖິງ ​ແລະ ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຊຸກ​ຍູ້​ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ ຫວຽດນາມ, ພິ​ເສດ​​ແມ່ນໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ. ທ່ານ ລັດຖະມົນຕີ​ກະຊວງ​ການ​ຄ້າ Pritzker ​ແລະ ຜູ້ຕາງໜ້າ​ການ​ຄ້າ Froman ​ເນັ້ນ​ໜັກ​​ເຖິງຄວາມ​ຕັດສິນ​ໃຈ​ຂອງ​ລັດຖະບານ ອາ​ເມ​ລິ​ກາ, ທີ່​ຈະພ້ອມ​ກັບ​ບັນດາ​ສະມາຊິກ​ອື່ນ​ຊຸກຍູ້​ວິວັດ​ການ​ເຈລະຈາ​ເພື່ອ​ສາມາດ​ສ້າງສັນ​ຍາ​ຄູ່​ຮ່ວມ​ມື​ເຂດ​ປາຊີ​ຟີ​ກ (TPP) ​ໃຫ້​ສຳ​ເລັດ, ຊົມ​ເຊີຍ​ບັນດາ​ຄວາມ​ຄືບ​ໜ້າ​​ໃນ​ການ​ເຈລະຈາ​ຜ່ານ​ມາ​ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ ຢູ່ ມາ​ເລ​ເຊຍ. ລັດຖະມົນຕີກະຊວງ​ກະສິກຳ Tom Vilsack ຕີ​ລາຄາ​ສູງ​ວ່າການ​ຮ່ວມ​ມືດ້ານ​ກະສິກຳ​ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ ​ແລະ ຢືນຢັນ​ຈະ​ຊຸກ​ຍູ້​ບັນດາ​ໂຄງການ​ໜູນ​ຊ່ວຍ ຫວຽດນາມ ສ້າງ​ກຳລັງ​ຄວາມ​ສາມາດ, ບຳລຸງ​ສ້າງ​ໃນ​ຂົງ​ເຂດ ກະສິກຳ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​ວ່າ: ສັນຍາ​ TPP ຕ້ອງ​ແມ່ນ​ສັນຍາ​ມີ​ຄວາມ​ດຸ່ນດ່ຽງ, ​ເພື່ອ​​ຈຸດໝາຍ​ພັດທະນາ ​ແລະ ຮັບປະກັນ​ລັກສະນະ​ຫຼາຍ​ຮູບ​ຫຼາຍ​ແບບ ກ່ຽວ​ກັບ​ລະດັບ​ການ​ພັດທະນາ​ຂອງ​ບັນດາ​ສະມາຊິກ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ  ສະ​ເໜີ​ໃຫ້​ຝ່າຍ ອາ​ເມ​ລິ​ກາ ​ເປີດ​ຕະຫຼາດ​ນ​ເຂົ້າ​ສິນຄ້າ ຂອງ ຫວຽດນາມ, ຫຼີກ​ລ້ຽງການນຳ​ໃຊ້​ບັນດາ​ຮົ້ວ​ກີດຂວາງ​ການ​ຄ້າ​ສຳລັບ​ສິນຄ້າ​ນຳ​ເຂົ້າ​ຈາດ ຫວຽດນາມ ​​ຮັບປະກັນ​ຜົນ​ປະ​ໂຫຍ​ດອັນ​ເປັນ​ທຳ​ຂອງ​ບັນດາ​ວິ​ສາ​ຫະກິດ ​ແລະ ຄົນ​ງານ ຫວຽດນາມ, ກໍ່​ຄື​ສິດຜົນປະ​ໂຫຍ​ດຂອງ​ຜູ້​ອຸປະ​ໂພ​ກບໍລິ​ໂພ​ກ ອາ​ເມ​ລິ​ກາ.

ຂ່າວ/ບົດ​ອື່ນ