ການພົວພັນລະຫວ່າງຫວຽດນາມ ແລະ ຈີນ ສືບຕໍ່ພັດທະນາເປັນປົກກະຕິ

ການພົວພັນລະຫວ່າງຫວຽດນາມ ແລະ ຈີນ ສືບຕໍ່ພັດທະນາເປັນປົກກະຕິ - ảnh 1
ທ່ານ ຫງວຽນ​ວັນ​ເທີ, ເອກ​ອັກ​ຄະ​ລັດ​ຖະ​ທູດ
 ຫວຽດ​ນາມ ປະ​ຈຳ ຈີນ
photo:vnemba.org.cn

(vovworld)-​​ ປີ 2014, ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ​ຈີນ ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ແຕ່​ພາຍ​ໃຕ້​ການ​ຊີ້​ນຳ​ຢ່າງ​ໃກ້​ຊິດ, ຖືກ​ຕ້ອງ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແລະ ພັກ​ກອມ​ມູ​ນິດ ຈີນ, ​ຂອງສອງ​ລັດ, ການ​ພົວ​ພັນ​ນີ້​ໄດ້​ກ້າວ​ເຂົ້າ​ສູ່​ຄວາມເປັນ​ປົກ​ກະ​ຕິ​ເທື່ອ​ລະ​ກ້າວ, ພັດ​ທະ​ນາ​ຢ່າງ​ປອດ​ໄສ. ທ່ານ ຫງວຽນ​ວັນ​ເທີ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ຈີນ ໄດ້​ຢືນ​ຢັນ​ຄື​ດັ່ງ​ກ່າວ ໃນ​ການ​ຕອບ​ສຳ​ພ​າດ​​ຕໍ່ນັກ​ຂ່າວ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດ​ລະ​ດູ​ບານ​ໃຫມ່​ປີ​ມະ​ແມ 2015.

ຕາມ​ທ່ານ​ເອກ​ອັກ​ຄະ​ລ​ັດ​ຖະ​ທູດ ຫງວຽນ​ວັນ​ເທີ ແລ້ວ, ປີ 2015 ແມ່ນ​ປີ​ສະ​ເຫລີມ​ສະ​ຫລອງ 65 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ຫວຽດ​ນາມ ແລະ ຈີນ ສະ​ນັ້ນ​ສອງ​ປະ​ເທດ ໄດ້​ເປັນ​ເອ​ກະ​ພາບ​ກັນ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫ​ລາຍ​ຢ່າງ.

        “ກ່ອນອ​ື່ນ​ໝົດ ແມ່ນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ລະ​ຫວ່າງ​ສອງ​ປະ​ເທດ. ທີ​ສອງ ແມ່ນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ແລກ​ປ່ຽນ​ລະ​ຫວ່າງ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ, ທ້ອງ​ຖິ່ນ, ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ, ພິ​ເສດ ແມ່ນ​ການ​ພົວ​ພັນ​ລະ​ຫວ່າງ​ຊາວ​ຫນຸ່ມ. ພ້ອມ​ກັນ​ນັ້ນ ພວກ​ເຮົາ ພະ​ຍາ​ຍາມ​ຊອກ​ຫາ​ວິ​ທີ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ຍັງ​ຄົງ​ຄ້າງ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ, ພິ​ເສດ​ແມ່ນ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ.”

ຂ່າວ/ບົດ​ອື່ນ