ການພົວພັນລະຫວ່າງຫວຽດນາມແລະຍີ່ປຸ່ນຈະພັດທະນາຢ່າງແຮງກວ່າ

ການພົວພັນລະຫວ່າງຫວຽດນາມແລະຍີ່ປຸ່ນຈະພັດທະນາຢ່າງແຮງກວ່າ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe ກ່າວ​ຄຳ​ເຫັນ​ຕໍ່​
ນັກ​ຂ່າວ
(vovworld)-  ​ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ຍີ່​ປຸ່ນ, ຕອນ​ບ່າຍ​ວັນ​ທີ 15/9, ພາຍ​ຫລັງ​ການ​ເຈ​ລະ​ຈາ​ຂັ້ນ​ສູງ ລະ​ຫວ່າງ​ຫວຽດ​ນາມ ແລະ ຍີ່​ປຸ່ນ ຢູ່ ທຳ​ນຽບ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe ໄດ້​ມີ​ການ​ພົບ​ປະ​ກັບ​ນັກ​ຂ່າວ ຫວຽດ​ນາມ ແລະ ຍີ່​ປຸ່ນ. ການ​ນຳ​ສອງ​ທ່ານ ເຊ່​ືອ​ໝັ້ນ​ວ່າ: ພາຍ​ຫລັງ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ, ການ​ພົວພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ຍີ່​ປຸ່ນ ຈະ​ພັດ​ທະ​ນາ​ຢ່າ​ງ​ແຮງ, ຮອບ​ດ້ານ ແລະ ເລິກ​ເຊິ່ງ​ກ້​ວາງ​ຂວາງກວ່າ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe  ໃຫ້​ຮູ້​ວ່າ:

        “ຂ້າ​ພະ​ເຈົ້າ​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ກັບ​ຫວຽດ​ນາມ. ຂ້າ​ພະ​ເຈົ້າ​ເລືອກ​ເຟັ້ນ​ຫວຽດ​ນາມ ແມ່ນ​ປະ​ເທດ​ທຳ​ອິດທີ່​ຂ້າ​ພະ​ເຈົ້າ​ໄປ​ຢ້ຽມ​ຢາມ​ພາຍ​ຫລັງ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄືນ​ໃຫມ່. ຂ້າ​ພະ​ເຈົ້າ​ມີ​ຄວາມ​ປິ​ຕິ​ຊ​ົມ​ຊື່​ນ​ເມື່ອ​ເຫັນ​ວ່າ ການ​ພົວ​ພັນ ລະ​ຫວ່າງ​ຫວຽດ​ນາມ ແລະ ຍີ່​ປຸ່ນ ໄດ້​ພັດ​ທະ​ນາ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ​ໃນ​ທຸກ​ຂ​ົງ​ເຂດ, ບົນ​ຈິດ​ໃຈ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ໃນ​ການ​ເຈະ​ລາ​ຄັ້ງນີ້ ສອງ​ຝ່າຍ​ໄດ້​ເຫັນ​ດີ​ຮັບ​ຮອງ​ເອົາ​ຖະ​ແຫລງ​ການ​ຮ່​ວມ ກຳ​ນົດ​ທິດ​ຮ​່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ ດ້ວຍ​ກາ​ນ​ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ​ລະ​ອຽດ, ສະ​ແດງ​ໃຫ້​ເຫັນ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ພວມ​ພັດ​ທະ​ນາ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ.”

        ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ເນັ້ນ​ຫນັກ​ວ່າ ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ຍີ່​ປຸ່ນ ບໍ່​ພຽງ​ແຕ່​ແມ່ນ​ການ​ພົ​ວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ ຢ່າງ​ເລິກ​ເຊິ່ງ ແລະ ກວ້າງ​ຂວາງ ເທົ່າ​ນັ້ນ ຫາກ​ກ່ອນ​ອື່ນ​ໝົດ​ແມ່ນ​ການ​ພົວ​ພັນ​ລະ​ຫວ່າງ​ບັນ​ດາ​ເພື່ອນ​ມິດ​ທີ່​ຈິງ​ໃຈ.

        “ການ​ຢ້ຽມ​ຢາມ​ຍີ່​ປຸ່ນ ຄັ້ງ​ນີ້ ແມ່ນ​ເພື່ອ​ສືບ​ຕໍ່​ຊຸກ​ຍູ້​ການ​ພັດ​ທະ​ນາ​ຮອບ​ດ້ານ ແລະ ເລິກ​ເຊິ່ງກວ່າ. ພວກ​ຂ້າ​ພ​ະ​ເຈົ້າ​ຂອບ​ອົກ​ຂອບ​ໃຈ​ການ​ຊ່ວຍ​ເຫລືອ​ຂອງ​ປະ​ຊາ​ຊົນ ຍີ່​ປຸ່ນ, ລັດ​ຖະ​ບານ ຍີ່​ປຸ່ນ  ພິ​ເສດ​ໃນ​ຂົ​ງ​ເຂດ ຊ່ວຍ​ເຫລືອ ທຶນ ODA. ຫວຽດ​ນາມ ​ສະ​ຫນັບ​ສະ​ຫນູນ ຍີ່​ປຸ່ນ ​ໃນ​ການ​ປະ​ກອບ​ສ່ວນ​ນັບ​ມື້​ນັບ​ຕັ້ງ​ຫນ້າ​ໃຫ້​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ຂອງ​ພາກ​ພື້ນ ແລະ ໃນ​ໂລກ.”

 

 

 

ຂ່າວ/ບົດ​ອື່ນ