ການພົວພັນລະຫວ່າງອີຣານແລະຊາອຸດີິອາຣາເບຍສືບຕໍ່ເຄັ່ງຕຶງຂຶ້ນຕື່ມ

ການພົວພັນລະຫວ່າງອີຣານແລະຊາອຸດີິອາຣາເບຍສືບຕໍ່ເຄັ່ງຕຶງຂຶ້ນຕື່ມ - ảnh 1
(ພາບ​ປະ​ກອບ: baotintuc)

(vovworld) –​ ວັນ​ທີ 10/01, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຊາ​ອຸ​ດີິ​ອາ​ຣາ​ເບຍ Adel Al Jubeir ໄດ້ກ່າວ​​ຫາ​ອີ​ຣານ ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​​ບັນ​ດາປະ​ເທດ​ອາ​ຣັບ ແລະ ທຳ​ລາຍ​ຄວາມ​ສະ​ຫງົບ​ຢູ່​ພາກ​ພື້ນ. ຄຳ​ກ​່າວ​​ຫາ​ດັ່ງ​ກ່າວ​ຖືກ​ຍົກ​ອອກ​ມາ​ທີ່​ກອງ​ປະ​ຊຸມ​ຮີບ​ດ່ວນ​ຂອງສະ​ຫະ​ພັນ​ອາ​ຣັບ ຢູ່​ນະ​ຄອນ​ຫຼວງ​ກາຍ​ໂຣ, ປະ​ເທດ​ອີ​ຢິບ ເພ​ື່ອ​ແນ​ໃສ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຄວາມ​ເຄັ່ງ​ຕຶງ​ຫວ່າງ​ມໍ່ໆ​ມານີ້​ລະ​ຫວ່າງ​ຊາ​ອຸ​ດີ​ອາ​ຣາ​ເບຍ ແລະ ອີ​ຣານ. ທີ່ກອງ​ປະ​ຊຸມ, ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປ​ະ​ເທດອາ​ຣັບ ໄດ້​ຮຽກ​ຮ້ອງ​ເປັນ​ເອ​ກະ​ພາບ​ຫຼ​ັກ​ໝັ້ນ​ລວມ​ທີ່​ແຂງ​ກ້າ​ດ້າງ, ເຊິ່ງ​ຕາມນັ້ນ​ແລ້ວ ຮຽ​ກ​ຮ້ອງ​ໃຫ້​ອີ​ຣານ ​ຢຸດ​ຕິ​ທຸກ​ຮູບ​ການ​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ບັນ​ດາ​ປະ​ເທດ​ອາ​ຣັບ. ແລະ ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣານ Mohammad Havad Zarif ໄດ້​ອອກ​ຖະ​ແຫຼງ​ການ​ກ່າວ​​ຜູ​ກ​ໂທດ Riyadh ສວຍ​ໃຊ້​ການ​ໂຕ້​ຖຽງ​ກັນ​ກັບ​ເຕ​ເຣ​ຣານ ເພື່ອ​ສົ່ງ​​ຜົນ​ສະ​ທ້ອນບໍ່​ດີ​ເຖິງ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ກ່ຽວກ​ັບ​ຊີ​ຣີ ແລະ ທ່ານ​ໃຫ້​ຮູ້​ວ່າ​ ອີ​ຣານ ຈະ​ບໍ່​ປະ​ໃຫ້ສິ່ງ​ດັ່ງ​ກ່າ​ວ​ເກີດ​ຂຶ້ນ.

ຂ່າວ/ບົດ​ອື່ນ