ການພົວພັນລະຫວ່າງອາເມລິກາແລະEUສືບຕໍ່ເກີດບັນຫາ

(VOVWORLD) -ວັນທີ 08 ມັງກອນ, ສະຫະພາບເອີລົບ (EU) ໃຫ້ຮູ້ວ່າ, ກຸ່ມນີ້ພວມມີການເຈລະຈາກັບວົງການເຈົ້າໜ້າທີ່ອາເມລິກາ ພາຍຫຼັງທີ່ມີຂ່າວວ່າ ອຳນາດການປົກຄອງອາເມລິກາ ໄດ້ຫຼຸດລະດັບສະຖານທູດຂອງກຸ່ມຢູ່ວໍຊິງຕັນ ລົງ.

ກ່ອນໜ້ານັ້ນ, ຊ່ອງໂທລະພາບ Deutsche Welle (DW) ຂອງເຢຍລະມັນ ໃຫ້ຮູ້ວ່າ, ກະຊວງການຕ່າງປະເທດອາເມລິກາ ໄດ້ຫຼຸດລະດັບກົດລະບຽບທາງການທູດຂອງຄະນະປະຕິບັດງານ EU ຢູ່ວໍຊິງຕັນ ຈາກ “ປະເທດສະມາຊິກ” ລົງມາເປັນ “ອົງການຈັດຕັ້ງສາກົນ” ໃນທ້າຍປີ 2018.

        ເມື່ອຕອບສຳພາດຕໍ່ສື່ມວນຊົນ, ໂຄສົກຂອງຄະນະກຳມະການເອີລົບ (EC) ຜູ້ຮັບຜິດຊອບບັນຫາການທູດ, ທ່ານນາງ Maja Kocijancic ໃຫ້ຮູ້ວ່າ, ໄດ້ມີການປ່ຽນແປງກ່ຽວກັບອະພິສິດດ້ານການທູດ, ເຊິ່ງເຄີຍຍົກອອກມາໃນພິທີທາງການທູດຂອງອາເມລິກາ ສຳລັບກຸ່ມນີ້. ທ່ານນາງໃຫ້ຮູ້ວ່າ, ຝ່າຍ EU ບໍ່ໄດ້ຮັບແຈ້ງການກ່ຽວກັບການປ່ຽນແປງດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ