ການພົວພັນສາມັກຄີ ແລະ ຮ່ວມມືຫວຽດນາມ - ກຸຍບາ ສືບຕໍ່ໄດ້ຮັບການ ປັບປຸງ ແລະ ພັດທະນາຢ່າງຮອບດ້ານ
ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ
ຕ້ອນຮັບລັດຖະມົນຕີການຕ່າງປະເທດກຸຍບາ
(ພາບ: TTXVN)
(vovworld) – ໂດຍໄດ້ຮັບຄຳເຊີນຂອງກະຊວງການຕ່າງປະເທດຫວຽດນາມ, ທ່ານກຳມະການກົມການເມືອງ, ລັດຖະມົນຕີການຕ່າງປະເທດ ສາທາລະນະລັດ ກຸຍບາ Bruno Rodriguez Parrilla ໄດ້ມາຢ້ຽມຢາມຫວຽດນາມຢ່າງເປັນທາງການ ໃນລະຫວ່າງວັນທີ 09 – 12/09. ຕອນເຊົ້າວັນທີ 10/09, ຢູ່ສຳນັກງານກະຊວງການຕ່າງປະເທດຫວຽດນາມ, ທ່ານ ລັດຖະມົນຕີການຕ່າງປະເທດກຸຍບາ Bruno Rodriguez Parrilla ໄດ້ມີການພົບປະເຈລະຈາກັບທ່ານຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ. ທີ່ການເຈລະຈາ, 2 ຝ່າຍໄດ້ແຈ້ງໃຫ້ກັນຊາບສະພາບການຂອງແຕ່ລະປະເທດໃນໄລຍະມໍ່ໆມານີ້, ແລກປ່ຽນບັດດາມາດຕະການຊຸກຍູ້ການພົວພັນສາມັກຄີ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ ແລະ 2 ກະຊວງການຕ່າງປະເທດ ກໍ່ຄືແລກປ່ຽນທັດສະນະກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. 2 ຝ່າຍເຫັນດີຕີລາຄາວ່າ ການພົວພັນສາມັກຄີ ແລະ ຮ່ວມມືອ້າຍນ້ອງລະຫວ່າງຫວຽດນາມ - ກຸຍບາ ໃນໄລຍະຜ່ານມາສືບຕໍ່ໄດ້ຮັບການປັບປຸງ ແລະ ພັດທະນາຢ່າງຮອບດ້ານ, ພົ້ນເດັ່ນແມ່ນໝາກຜົນທີ່ບັນລຸໄດ້ໃນການຢ້ຽມຢາມກູບາຢ່າງເປັນທາງການຂອງນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ (3/2014). ສອງຝ່າຍຢືນຢັນສືບຕໍ່ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ, ບັນດາເອກະສານຮ່ວມມືທີ່ໄດ້ຮັບການລົງນາມ, ເສີມຂະຫຍາຍປະສິດທິຜົນ ແລະ ບັນດາກົນໄກຮ່ວມມືທີ່ໄດ້ຮັບການສ້າງຂຶ້ນ. ພິເສດແມ່ນຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການຮ່ວມມືເສດຖະກິດ ແລະ ວິທະຍາສາດເຕັກນິກ ເພື່ອເປີດກວ້າງ ແລະ ຍົກສູງປະສິດທິຜົນການຮ່ວມມືສອງຝ່າຍ, ໂດຍສະເພາະແມ່ນໃນບັນດາຂົງເຂດທີ່ທັງສອງປະເທດມີຄວາມສາມາດບົ່ມຊ້ອນ.
ໃນຂອບເຂດການຢ້ຽມຢາມທ່ານລັດຖະມົນຕີການຕ່າງປະເທດກູບາກໍ່ໄດ້ເຂົ້າຢ້ຽມຄຳນັບທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ, ທ່ານນາງຮອງປະທານສະພາແຫ່ງ ຊາດ ຫງວຽນທິກິມເງິນແລະ ຫົວໜ້າຄະນະພົວພັນການຕ່າງປະເທດສູນກາງ ຮ່ວາງບິ່ງກວນ.