ການພົວພັນຫວຽດນາມ - ຍີ່ປຸ່ນພັດທະນາຢ່າງຮອບດ້ານ ແລະ ມີປະສິດທິຜົນ

ການພົວພັນຫວຽດນາມ - ຍີ່ປຸ່ນພັດທະນາຢ່າງຮອບດ້ານ ແລະ ມີປະສິດທິຜົນ - ảnh 1
(ພາບປະກອບ)

(vovworld) – ​ເນື່ອງ​ໃນ​ໂອກາດ​ທີ່​ທ່ານ​ນາຍົກລັດຖະມົນຕີ ຢີ່ປຸ່ນ Shinzo Abe ມາ​ຢ້ຽມຢາມ ຫວຽດນາມ ວັນ​ທີ 16/1, ນັກ​ຂ່າວ​ສຳນັກ​ຂ່າວສານ ຫວຽດນາມ ປະຈຳ ຍີ່ປຸ່ນ ​ໄດ້​ມີ​ການ​ສຳພາດ​ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ຫງວຽນ​ກວົກ​ເກື່ອງ ກ່ຽວ​ກັບ​ການ​ພັດທະນາ ກໍ່​ຄື​ແງ່​ຫວັງ​ຮ່ວມ​ມື​ໃນ​ການ​ພົບ​ພັນ​ລະຫວ່າງ​ສອງ​ປະ​ເທດ. ​ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບ​ການ​ພົວພັນ ຫວຽດນາມ - ຈີນ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ກວົກ​ເກື່ອງ ຖື​ວ່າ, ປີ 2016 ​ແມ່ນ​ປີ​ທີ່​ການ​ການ​ພົວພັນ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ມີ​ປະສິດທິ​ຜົນ, ຮອບດ້ານ ​ແລະ ໝັ້ນຄົງ, ຕາມ​ທ່ານ​ແລ້ວ, ປີ 2016 ​ໄດ້​ມີ​ບັນດາ​ບາດກ້າວ​ພັດທະນາ​ໃໝ່​ໃນ​ການ​ພົວພັນ​ເສດຖະກິດ​ລະຫວ່າງ​ສອງ​ປະ​ເທດ. ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ວິທະຍາສາດ ​ເຕັກ​ໂນ​ໂລ​ຢີ, ການ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ, ການ​ສຶກສາ​ບຳລຸງ​ສ້າງ…ລ້ວນ​ແຕ່​ມີ​ບາດກ້າວ​ພັດທະນາ​ພໍ​ສົມຄວນ.

​ເມື່ອ​ເຕື້ອງ​ເຖິງ​ການ​ຢ້ຽມຢາມ ຫວຽດນາມ​ຂອງ​ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ກວົກ​ເກື່ອງ ​ໃຫ້​ຂໍ້​ສັງ​ເກດ​ວ່າ, ນີ້​ແມ່ນ​ບາດກ້າວ​ເປີດ​ສາກ​ທີ່​ດີ​ໃຫ້​ປີ​ໜຶ່ງ​ທີ່​ເຕັມ​ໄປ​ດ້ວຍ​ການ​ເຄື່ອນ​ໄຫວ​ຟົດ​ຟື້ນ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ. ຕາມ​ແຜນການ​ແລ້ວ, ​ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ຈະ​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ບັນດາ​ການ​ນຳ​ຂັ້ນ​ສູງ​ສຸດ​ຂອງ ຫວຽດນາມ, ​ແລກປ່ຽນ​ກ່ຽວ​ກັບ​ທິດ​ທາງ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ ກໍ່​ຄື​ໃນ​ສະພາບ​ການ​ສາກົນ ​ແລະ ພາກ​ພື້ນ​ພວມ​ມີ​ການ​ຜັນ​ປ່ຽນ​ຫຼາຍ​ຢ່າງ. ຮ່ວມ​ເດີນທາງ​ກັນ​ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ມີ​ບັນດາ​ນັກທຸລະກິດ ຍີ່ປຸ່ນ ທີ່​ໄດ້​ຮັບ​ການ​ເລືອກ​ເຟັ້ນ​ເພື່ອ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ວິ​ສາ​ຫະກິດ ພົບ​ປະ​ກັບ​ວິ​ສາ​ຫະກິດ ຫວຽດນາມ ​ແລະ ພົບ​ປະ​ກັບ​ບັນດາ​ການ​ນຳ​ທ້ອງ​ຖີ່​ນ ຫວຽດນາມ ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ສອງ​ປະ​ເທດ​ຈາກ​ຂັ້ນ​ສູນ​ກາງ​ລົງ​ຮອດ​ຂັ້ນ​ທ້ອງ​ຖີ່​ນ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ