ການພົວພັນຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ສ.ເກົາຫຼີ ຈະສືບຕໍ່ພັດທະນາ

ການພົວພັນຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ສ.ເກົາຫຼີ ຈະສືບຕໍ່ພັດທະນາ - ảnh 1
(ພາບປະກອບ)

(vovworld) -     ກ່າວ​ຄຳເຫັນທີ່ງານລ້ຽງ, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ - ສ.​ເກົາຫຼີ ​ໂດຍ​ສະ​ຖານ​ທູດ​ຫວຽດນາມ ປະຈຳ ສ.​ເກົາຫຼີ ຈັດ​ຕັ້ງ​​ຂຶ້ນໃນ​ຕອນ​ຄໍ່າ​ວັນ​ທີ 7/12 ຢູ່ ​ເຊີ​ອູນ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ນາຍົກລັດຖະມົນຕີ ສ.​ເກົາຫຼີ Kim Hwang Sik ພ້ອມ​ກັບ​ແຂກ​ຖືກ​ເຊີນ​ຂອງ​ສອງ​ປະ​ເທດ​ເປັນ​ຈຳນວນຫຼວງ​ຫຼາຍ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິ​ງ ຢືນຢັນ​ວ່າ: “ນະ​ໂຍບາຍ​ຍາວ​ນານ, ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ແລະ ​​​ແມ່ນການຄັດ​ເລືອກ​ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ​ຂອງ​ລັດ ​ແລະ ປະຊາຊົນ​ຫວຽດນາມ ນັ້ນ ​ແມ່ນ​ເພີ່ມ​ທະວີ​ ​ແລະ ​ເຮັດ​ໃຫ້ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ກັບສ.​ເກົາຫຼີ ນັບ​ມື້​ນັບເລິກ​ເຊິ່ງຂຶ້ນ​ຕື່​ມ”. ທ່ານ​ລັດ​ຖະມົນຕີ ຟ້າ​ມບິ່ງ​ມິ​ງ ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ຄວາມ​ຕັດສິນ​ໃຈ ​ແລະ ຄວາມມານະ​ພະຍາຍາມລວມຂອງ​ການ​ນຳ ​ແລະ ປະຊາຊົນ​ສອງ​ປະ​ເທດ,​ ສາຍ​ພົວພັນ​ຄູ່ຮ່ວມ​ມືຍຸດ​ທະ​ສາດລະຫວ່າງ​ຫວຽດນາມ ​ແລະ ສ.​ເກົາຫຼີ ຈະ​ສືບຕໍ່​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ແຮງ ​ແລະ ກວ້າງ​ແຂ​ວາງ​ກວ່າ​ອີກ ໃນ​ສະຕະວັດ​ທີ 21 , ​ເພື່ອ​ອະນາຄົດ​ທີ່​ສົດ​​ໃສຂອງ​ສອງ​ຊາດ, ປະກອບສ່ວນ​​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ການພັດທະນາ​ຢູ່​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.

ຂ່າວ/ບົດ​ອື່ນ