ການມອບລາງວັນຫັນເປັນດີຈີຕອນ ຫວຽດນາມ 2023 ສຸມໃສ່ບັນດາຖານຂໍ້ມູນ

(VOVWORLD) - ສະພາຮອບສຸດທ້າຍ ໄດ້ສຸມໃສ່ຕີລາຄາບັນດາເຕັກໂນໂລຊີກ່ຽວກັບຂໍ້ມູນ, ບັນດາພື້ນຖານກ່ຽວກັບຂໍ້ມູນ, ກໍ່ຄືບັນດາວິສາຫະກິດ, ທ້ອງຖິ່ນ ປະຕິບັດວຽກງານສ້າງພື້ນຖານຂໍ້ມູນຕາມມາດຖານຂອງກະຊວງຖະແຫຼງຂ່າວ ແລະ ສື່ສານ.
ການມອບລາງວັນຫັນເປັນດີຈີຕອນ ຫວຽດນາມ 2023 ສຸມໃສ່ບັນດາຖານຂໍ້ມູນ - ảnh 1ພາບປະກອບ

ພິທີມອບລາງວັນຫັນເປັນດີຈີຕອນ ຫວຽດນາມ - Vietnam Digital Awards 2023 (VDA 2023) ຈະຈັດຂຶ້ນໃນວັນທີ 7 ຕຸລາ, ຢູ່ຮ່າໂນ້ຍ. ດ້ວຍຫົວຂໍ້ວ່າ “ເປີດຄວາມສາມາດບົ່ມຊ້ອນຖານຂໍ້ມູນດີຈີຕອນ”, ພາຍຫຼັງປຸກລະດົມເປັນເວລາ 6 ເດືອນ, ການມອບລາງວັນຫັນເປັນດີຈີຕອນ ຫວຽດນາມ 2023 ໄດ້ຮັບຜະລິດຕະພັນເຂົ້າຮ່ວມການເສັງເກືອບ 350 ຜະລິດຕະພັນ. ຄະນະຈັດຕັ້ງເລືອກ 38 ຜະລິດຕະພັນທີ່ເໝາະສົມທີ່ສຸດເພື່ອເຊີດຊູທີ່ພິທີມອບລາງວັນ VDA 2023.

        ທ່ານ ປອ ຫງວຽນກວັນ, ອະດິດລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ປະທານສະພາຮອບສຸດທ້າຍຂອງລາງວັນ VDA 2023 ແບ່ງປັນວ່າ: ສະພາຮອບສຸດທ້າຍ ໄດ້ສຸມໃສ່ຕີລາຄາບັນດາເຕັກໂນໂລຊີກ່ຽວກັບຂໍ້ມູນ, ບັນດາພື້ນຖານກ່ຽວກັບຂໍ້ມູນ, ກໍ່ຄືບັນດາວິສາຫະກິດ, ທ້ອງຖິ່ນ ປະຕິບັດວຽກງານສ້າງພື້ນຖານຂໍ້ມູນຕາມມາດຖານຂອງກະຊວງຖະແຫຼງຂ່າວ ແລະ ສື່ສານ.

ຕອບກັບ

ຂ່າວ/ບົດ​ອື່ນ