ການ​ມີ​ໜ້າ ແລະ ປະ​ກອບ​ສ່ວນ​ຂອງ ຫວຽດ​ນາມ ຢູ່ ສ​ປ​ຊ ນັບ​ມື້​ນັບ​ຈະ​ແຈ້ງ ແລະ ມີ​ປະ​ສິດ​ທິ​ຜົນ

(VOVWORLD) -ໃນຕົວຈິງ, ຫວຽດນາມໄດ້ ຜັນຂະຫຍາຍບັນດາກຳລັງເຂົ້າຮ່ວມການປົກປັກຮັກສາສັນຕິພາບ ຂອງ ສປຊ ຢູ່ບັນດາພາກພື້ນໃນໂລກ ແລະ ຜ່ານນັ້ນໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ບໍ່ພຽງແຕ່ປະກອບສ່ວນເຂົ້າໃນວຽກງານລວມຂອງ ສປຊ ດ້ວຍຄຳເວົ້າເທົ່ານັ້ນ ຫາກຍັງມີການກະທຳລະອຽດອີກດ້ວຍ.

ວັນທີ 20 ກັນຍາ ປີ 1977, ຫວຽດນາມໄດ້ເຂົ້າຮ່ວມສປຊ ເຊິ່ງແມ່ນອົງການຫຼາຍຝ່າຍໃຫຍ່ທີ່ສຸດໂລກ ຢ່າງເປັນທາງການ. ການເຂົ້າຮ່ວມແມ່ນບາດກ້າວທີ່ຖືກຕ້ອງຂອງ ຫວຽດນາມ ໃນວິວັດການກໍ່ສ້າງ, ພັດທະນາ ແລະ ເຊື່ອມໂຍງເຂົ້າກັບໂລກ. ໂດຍຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ອາເມລິກາ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ເນັ້ນໜັກວ່າ: ພາຍຫຼັງ 45 ປີແຫ່ງການເຂົ້າຮ່ວມ ສປຊ, ຫວຽດນາມ ຈາກປະເທດທີ່ມີແຕ່ເຂົ້າຮ່ວມກອງປະຊຸມໃນໄລຍະເບື້ອງຕົ້ນນັ້ນ ມາຮອດປັດຈຸບັນ ການມີໜ້າ ແລະ ປະກອບສ່ວນຂອງຫວຽດນາມ ເຂົ້າບັນດາກົນໄກຂອງ ສປຊ ນັບມື້ນັບຈະແຈ້ງ ແລະ ມີປະສິດທິຜົນ. ບັນດາການປະກອບສ່ວນຂອງ ຫວຽດນາມ ປະຈຳ ສປຊ ໄດ້ສະແດງໃຫ້ເຫັນຫວຽດນາມໄດ້ຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບຕໍ່ວົງຄະນະຍາດສາກົນ. ທ່ານໃຫ້ຮູ້ວ່າ:

ໃນຂັ້ນຕອນເຂົ້າຮ່ວມບັນດາກົນໄກຂອງ ສປຊ, ຫວຽດນາມ ກໍ່ຊຸກຍູ້ຫຼາຍມະຕິ, ຖະແຫຼງການທີ່ສຳຄັນຂອງສະພາຄວາມໝັ້ນຄົງ ສປຊ, ສະມັດຊາໃຫຍ່ ສປຊ, ສະພາສິດທິມະນຸດ ແລະ ບັນດາມະຕິ, ເອກະສານນີ້ລ້ວນແຕ່ໄດ້ ຮັບການຕີລາຄາ ແລະ ສະໜັບສະໜູນສູງຈາກປະຊາຄົມສາກົນ ແລະ ບັນດາປະເທດ. ກ່ຽວກັບການຜັນຂະຫຍາຍບັນດາຄຳໝັ້ນສັນຍາຂອງຕົນໃນຕົວຈິງ ຫວຽດນາມ ຍາມໃດກໍ່ປະຕິບັດບັນດາຄຳໝັ້ນສັນຍາສາກົນຢ່າງເຂັ້ມງວດ, ບັນດາຄຳໝັ້ນສັນຍາຂອງ ຫວຽດນາມ ໃນຂອບເຂດສປຊ ແລະ ພິເສດແມ່ນ ຍາມໃດກໍ່ຍົກສູງການເຄົາລົບ ແລະ ປະຕິບັດ ກົດບັດ ສປຊ ເຊິ່ງແມ່ນກົດໝາຍສາກົນ ຢ່າງເຂັ້ມງວດ. ໄປຄຽງຄູ່ກັນນັ້ນ, ຫວຽດນາມ ກໍ່ຊຸກຍູ້, ກໍ່ສ້າງ, ຜັນຂະຫຍາຍບັນດາຂໍ້ລິເລີ່ມຂອງ ສປຊ ຄືບັນຫາພັດທະນາສະຫັດສະວັດ, ພວກເຮົາຕ້ອງປະຕິບັດບັນດາເປົ້າໝາຍນີ້ໃຫ້ສຳເລັດກ່ອນເວລາກຳນົດ ແລະ ປັດຈຸບັນພວມຜັນຂະຫຍາຍບັນດາເປົ້າໝາຍພັດທະນາແບບຍືນຍົງຢ່າງມີປະສິດທິຜົນ.

ໃນຕົວຈິງ, ຫວຽດນາມໄດ້ ຜັນຂະຫຍາຍບັນດາກຳລັງເຂົ້າຮ່ວມການປົກປັກຮັກສາສັນຕິພາບ ຂອງ ສປຊ ຢູ່ບັນດາພາກພື້ນໃນໂລກ ແລະ ຜ່ານນັ້ນໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ບໍ່ພຽງແຕ່ປະກອບສ່ວນເຂົ້າໃນວຽກງານລວມຂອງ ສປຊ ດ້ວຍຄຳເວົ້າເທົ່ານັ້ນ ຫາກຍັງມີການກະທຳລະອຽດອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ