ການ​ຢ້ຽມ​ຢາມ ​ສ.ເກົາຫຼີ ແລະ ອິນ​ເດຍ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ​ປະ​ກອບ​ສ່ວນ​ສ້າງ​ທີ່​ຕັ້ງ ແລະ ​ກຳ​ລັງ​ໃໝ່ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ

(VOVWORLD) -ນັ້ນແມ່ນຄຳຢັ້ງຢືນຂອງທ່ານ ຫວູຫ໋າຍຮ່າ ຫົວໜ້າກຳມາທິການພົວພັນຕ່າງປະເທດ ສະພາແຫ່ງຊາດ ເມື່ອຕອບສຳພາດຕໍ່ນັກຂ່າວ ກ່ຽວກັບໝາກຜົນຂອງການຢ້ຽມຢາມ ສ.ເກົາຫຼີ ແລະ ອິນເດຍ ຢ່າງເປັນທາງການຂອງ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ.

ການ​ຢ້ຽມ​ຢາມ ​ສ.ເກົາຫຼີ ແລະ ອິນ​ເດຍ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ​ປະ​ກອບ​ສ່ວນ​ສ້າງ​ທີ່​ຕັ້ງ ແລະ ​ກຳ​ລັງ​ໃໝ່ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ - ảnh 1ທ່ານ ຫວູຫ໋າຍຮ່າ ຫົວໜ້າກຳມາທິການພົວພັນຕ່າງປະເທດ ສະພາແຫ່ງຊາດ (ພາບ: quochoi.vn)

ຕາມທ່ານ ຫວູຫ໋າຍຮ່າແລ້ວ, ຫວຽດນາມ ແລະ ສ.ເກົາຫຼີ ບັນລຸໄດ້ເປົ້າໝາຍຍົກລະດັບວົງເງິນການຄ້າສອງຝ່າຍຂຶ້ນເຖິງ 100 ຕື້ USD ໃນປີ 2023 ແລະ 150 ຕື້ USD ໃນປີ 2030 ຕາມທິດສ້າງຄວາມດຸ່ນດ່ຽງດ້ານການຄ້າ ແລະ ເຂົ້າຮ່ວມລະບົບສະໜອງທົ່ວໂລກ ຂອງບັນດາວິສາຫະກິດ ສ.ເກົາຫຼີ. ສອງຝ່າຍກໍ່ເຫັນດີເປັນເອກະພາບ ຈະຮ່ວມມືກັນແລກປ່ຽນປະສົບການໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ໃນຂະນະນັ້ນ, ອິນເດຍ ຕີລາຄາສູງບົດບາດຂອງ ຫວຽດນາມ ໃນນະໂຍບາຍມຸ່ງໄປເຖິງທາງທິດຕາເວັນອອກໃໝ່ ແລະ ຍຸດທະສາດ ມະຫາສະໝຸດອິນເດຍ - ປາຊີຟິກ, ຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນໃນບັນດາຍຸດທະສາດຂອງ ອິນເດຍ ແລະ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ໄລຍະຜ່ານມາ, ວົງເງິນການຄ້າບັນລຸໄດ້ບັນດາບາດການພັດທະນາຢ່າງກະໂດດຂັ້ນ ແຕ່ການນຳສອງປະເທດລ້ວນແຕ່ຕັດສິນໃຈມຸ່ງໄປເຖິງການຍົກລະດັບວົງເງິນການຄ້າ ໃນໄລຍະຈະມາເຖິງຂຶ້ນເຖິງ 15 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ