ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງເປີດໄລຍະໃໝ່ໃນການພົວພັນຫວຽດນາມ-ອາເມລິກາ

ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງເປີດໄລຍະໃໝ່ໃນການພົວພັນຫວຽດນາມ-ອາເມລິກາ - ảnh 1
ທ່ານ​ກຳ​ມະ​ການ​ສູນ​ກາງ​ພັກ ຮ່​ວາງ​ບີ່ງກວນ
(ພາບ​ປະ​ກອບ)

(vovworld) – ກາ​ນ​ຢ້ຽມ​ຢາມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຫງວຽນ​ຟູ໋​ຈ້ອງ​ເປີດ​ໄລ​ຍະ​ໃໝ່​ໃນ​ການ​ພົວ​ພັນ​ ຫວຽດ​ນາມ - ອາ​ເມ​ລິ​ກາ - ນັ້ນ​ແມ່ນ​​ຄຳ​ຢືນ​ຢັນ​ຂອງ​ທ່ານ ຮ່​ວາງ​ບີ່ງກວນ, ​ກຳ​ມະ​ການ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ ເມື່ອ​ຕອບ​ສຳ​ພາດ​ຕໍ່​ສື່ມວນ​ຊົນ​ກ່​ຽວ​ກັບ​ໝາກ​ຜົນ, ຄວາມ​ໝາຍ​ຂອງ​ການ​ຢ້ຽມ​ຢາມ ອາ​ເມ​ລິ​ກາ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຫງວຽ​ນ​ຟູ໋​ຈ້ອງ. ທ່ານ ຮ່​ວາງ​ບີ່ງກວນ ໃຫ້​ຮູ້​ວ່າ: ນີ້​ແມ່ນ​ການ​ຢ້ຽ​ມ​ຢາມ​ຄັ້ງ​ປະ​ຫວັດ​ສາດ​ຍ້ອນ​ໄດ້​ຮັບ​ຄຳ​ເຊີ​ນ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ປະ​ທາ​ນາ​ທິ​ບໍ​ດີ Barack Obama, ເປັນ​ຄັ້ງ​ທຳ​ອິດ​ ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ກອ​ມ​ມູ​ນິດ ຫວຽດ​ນາມ, ເຊິ່ງ​ແມ່ນ​ຕຳ​ແໜ່ງ​ທີ່ບໍ່​​ໃນ​ລະ​ບົບ​ບໍ​ລິ​ຫານ​ຂອງ​ອາ​ເມ​ລິ​ກາ, ​ໄດ​້​ໄປຢ້ຽມ​ຢາມ ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ, ເຊິ່ງ​ແມ່ນ​ປະ​ເທດ​ເຄີຍ​ເປັນ​ປໍ​ລະ​ປັກ​, ມີ​ລະ​ບົບ​ການ​ເມືອງ​ແຕກ​ຕ່າງ​ກັນ. ການ​ຢ້ຽມ​ຢາມ ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ດຶງ​ດູດ​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ​ຂອງ​ສື່ມວນ​ຊົນ, ຫາງ​ສ​ຽງ​ທັງ​ຢູ່ພາຍ​ໃນ ແລະ ຕ່າງ​ປະ​ເທດ.

        ຕາມ​ທ່ານ ຮ່​ວາງ​ບີ່ງກວນ ແລ້ວ, ເບີ່ງ​ສັງ​ລວມ, ການ​ຢ້ຽມ​ຢາມ​​ກໍ​ເປັນ​ຂີດ​ໝາຍ​ຢ່າງ​ຈະ​ແຈ້ງ, ດ້ວຍ​ໝາກ​ຜົນ​ຮອບ​ດ້ານ, ແທດ​ຈິງ. 2 ຝ່າຍ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ວິ​ໄສ​ທັດ​​ຮ່ວມ ຫວຽດ​ນາມ - ອາ​ເມ​ລິ​ກາ. ນີ້​ແມ່ນ​ຂອບ​ເຂດ​ສຳ​ຄັນ, ກຳ​ນົດ​ທິດ​ວິ​ໄສ​ທັດການ​ພົວ​ພັນ 2 ປະ​ເທ​ດ​ຕາມ​ທິດ​ຕັ້ງ​ໜ້າ, ປອດ​ໄສ, ສະ​ຖຽ​ນ​ລະ​ພາບ.

        ໃນ​ໄລ​ຍະ​ຢູ່​ຢ້ຽມ​ຢາມ, 2 ຝ່າຍ​ໄດ້​ເຊັນເອ​ກະ​ສານ, ຂໍ້​ຕົກ​ລົງ​ຮ່ວມ​ມື​ 14 ສະ​ບັບໃນ​ບັນ​ດາ​ຂົງ​ເຂດ, ໃນ​ນັ້ນ​ມີ​ບັນ​ດາ​ເອ​ກະ​ສານ​ສຳ​ຄັນ​ກ່ຽວ​ຂ້ອງ​ເຖິງ​ການ​ບິນ, ພາ​ສີ, ທະ​ນ​າ​ຄານ, ນ້ຳ​ມັນ​ອາຍ​ແກ​ສ, ສະ​ແດງ​ໃຫ​້​ເຫັນ​ສານ​ກ່ຽວ​ກັບ​ອະ​ນາ​ຄົດ​ຂອງ​ການ​ພົວ​ພັນ​​ດ້ານກາ​ນ​ຄ້າ​ລະ​ຫວ່າງ 2 ປະ​ເທດ​ຢ່າງ​ແຮງ.


ຂ່າວ/ບົດ​ອື່ນ