ການຢ້ຽມຢາມຕ່າງປະເທດເປັນຄັ້ງທຳອິດຂອງປະທານາທີບໍດີຄົນໃໝ່ ອີຢິບ

ການຢ້ຽມຢາມຕ່າງປະເທດເປັນຄັ້ງທຳອິດຂອງປະທານາທີບໍດີຄົນໃໝ່ ອີຢິບ - ảnh 1
ທ່ານ​ປະທານາທິບໍດີ Morsi ​ແລະ ​ເຈົ້າ​ຊີວິດ ອາຣາບີ ຊາ​ອຸ​ດິດ Abdullah
(ພາບ: AP)

(vovworld) - ທ່ານ​ປະທານາທິບໍດີ ອີ​ຢິບ Mohamed Morsi ​ໄດ້​ເລ​ືອກປະ​ເທດ ອາຣາບີ ຊາ​ອຸ​ດິດ ​​ເປັນ​ປະ​ເທດ​ທຳ​ອິດ​ໃນ​ການ​ຢ້ຽມຢາມ​ຕ່າງປະ​ເທດຂອງຕ​ົນ. ທ່ານ​ປະທານາທິບໍດີ Morsi ​ແລະ ​ເຈົ້າ​ຊີວິດ ອາຣາບີ ຊາ​ອຸ​ດິດ Abdullah ​​ໄດ້ມີ​ການ​ເຈລະຈາ​ເມື່ອ​ຕອນ​ຄຳ່​ວັນ​ທີ 11/7, ຢູ່ນະຄອນ​ກຳ​ປັ່ນ Jeddah. ກ່າວ​ຄຳ​ເຫັນ​ກັບ​ວົງ​ການ​ນັກ​ຂ່າວ​ພາ​ຍຫຼັງ​ການ​ເຈ​ລະ​ຈາ, ທ່ານ Morsi ​ໃຫ້​ຮູ້​ວ່າ: ການ​ເຈລະຈາ​ລະຫວ່າງ​ການ​ນຳ 2 ທ່ານ​ກ່ຽວ​ກັບ​ຄວາມ​ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ​ໄດ້​ສຳ​ເລັດ​ຜົນ​ຢ່າງ​ຈົບງາມ ​ແລະ ມີ​ລັກສະນະ​ສ້າງສັນ, ​ເໝາະສົມ​ກັບ​ຜົນ​ປະ​ໂຫຍ​ດຂອງ ອີ​ຢິບ ​ແລະ ອາຣາບີ ຊາ​ອຸ​ດິດ  ກໍ​ຄື​ປະຊາຊົນ. ທ່ານ Morsi ​ໄດ້​ຊີ້​ແຈງວ່າ: “​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ແມ່ນ​ຂຶ້ນ​ກັບ​ສະຖຽນ​ລະ​ພາບ​ຂອງ ອີ​ຢິບ ​ແລະ ​ເຂດ​ອ່າວ, ​ໃນ​ນັ້ນ ອາຣາບີ ຊາ​ອຸ​ດິດ ມີ​ບົດບາດນຳ​ໜ້າ”. ກ່ອນ​ທີ່​ຈະ​ອອກ​ຈາກ ອີ​ຢິບ, ທ່ານ Morsi ​ເນ​ັ້ນໜັກ​ເຖິງ​ສາຍ​ພົວພັນ​ອັນ​ສະ​ໜິດ​ແໜ້ນ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 2 ປະ​ເທດ​ມະຫາ​ອຳນາດ​ໃນ​ພາກ​ພື້ນ​ນີ້. ທ່ານ​ໃຫ້​ຮູ້​ວ່າ: ​ເລື່ອງ​ເລືອກ ອາຣາບີ ຊາ​ອຸ​ດິດ  ​ເປັນ​ປະ​ເທດ​ທຳ​ອິດ​​ໃນ​ການຢ້ຽມຢາມ​ຕ່າງປະ​ເທດ​ຂອງ​ທ່ານ ນັບ​ແຕ່​ເມື່ອ​ຂຶ້ນ​ກຳ​ອຳນາດນັ້ນ, ​ແມ່ນຍ້ອນ​ວ່າ “2 ປະ​ເທດມີ​ການ​ພົວພັນ​ດ້ານ​ປະຫວັດສາດ​ມາ​ແຕ່​ດົນ​ນານ”.

ຂ່າວ/ບົດ​ອື່ນ