ການຢ້ຽມຢາມອາເມລິກາຂອງທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງມີລັກສະນະເປັນບາດລ້ຽວໃນການພົວພັນສອງຝ່າຍ

ການຢ້ຽມຢາມອາເມລິກາຂອງທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງມີລັກສະນະເປັນບາດລ້ຽວໃນການພົວພັນສອງຝ່າຍ - ảnh 1
ຊ໋​ຽວ​ຊານGregory Poling
ພາບ:baomoi.com

(vovworld)- ທ່ານ Gregory Poling, ຜູ້​ຊ່ຽວ​ຊານ​ຊັ້ນ​ນຳ​ຂອງ​ໂຄງ​ການ​ຄົ້ນ​ຄ້​ວາ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແລະ ​ຂໍ້​ລິ​ເລິ່ມ​ບັນ​ດາ​ຄູ່​ຮ່ວມ​ມື​ ປາ​ຊີ​ຟີກ ຂຶ້ນ​ກັບ​ສູນ​ຄົ້ນ​ຄ້​ວາ​ຍຸດ​ທະ​ສາດ ແລະ ສາ​ກົນ(CSIS) ໄດ້​ຢືນ​ຢັນ​ວ່າ: ການ​ຢ້ຽມ​ຢາມ ອາ​ເມ​ລິ​ກາ​ຂອງ​ທ່ານ​ເລ​ຂາ​ທິ​ກາຍ​ໃຫຍ່  ຫງວຽນ​ຟູ​ຈ້ອງ ມີ​ຄວາມ​ໝາຍ​ເປັນ​ບາດ​ລ້ຽວ​ສຳ​ລັບ​ການ​ພົວ​ພັນ​ສອງ​ຝ່າຍ​ໃນ​ສະ​ພາບ​ການ​ທີ່ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ສະ​ເຫລີມ​ສະ​ຫລອງ 20 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ. ເມື່ອ​ຕີ​ລາ​ຄາ​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ໃນ 20 ປີ​ຜ່ານ​ມາ, ຜູ້​ຊ່ຽວ​ຊານ Poling ຖື​ວ່າ “ຂອບ​ຂະ​ຫນາດ ແລະ ລະ​ດັບ​ຄວາມ​ຄືບ​ຫນ້າ​ແມ່ນ​ປະ​ທັບ​ໃຈ​ທີ່​ສຸດ”, ນັບ​ແຕ່​ເມື່ອ ຫວຽດ​ນາມ​ເຂົ້າ​ເປັນ​ສະ​ມາ​ຊິກ​ອົງ​ການ​ການ​ຄ້າ​ໂລກ ແລະ ​ການ​ພ​ົວ​ພັນ​ດ້ານ​ການ​ຄ້າ,ການ​ລົງ​ທຶນ​ລະ​ຫວ່າງ​ສອງ​ປະ​ເທດແມ່ນ​ພັດ​ທະ​ນາ​ກະ​ໂດດ​ຂັ້ນ​ຕະ​ຫລອດ​ຮອດ​ການ​ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ ແລະ ອາ​ເມ​ລິ​ກາ ຍົກ​ເລີກ​ຄຳ​ສັ່ງ​ຫ້າມ​ຂາຍ​ອາ​ວຸດ​ເຂັ່ນຂ້າ​ໃຫ້​ແກ່ຫວຽດ​ນາມ.  ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ກ່ຽວ​ຂ້ອງ​ເຖິງ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟີກ (TPP), ຜູ້​ຊ່ຽວ​ຊານ​ຊັ້ນ​ນຳ​ຂອງ CSIS ສະ​ແດງ​ຄວາມ​ປະ​ເອີບ​ໃຈ​ກ່ຽວ​ກັບ​ແງ່​ຫວັງ​ຂອງ​ບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ, ໃນ​ນັ້ນ ມີ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ສ​ຳ​ເລັດ​ເອ​ກະ​ສານນີ້​ໂດຍ​ໄວ. ທ່ານ Poling ເນັ້ນ​ຫນັກ​ວ່າ: ການ​ສິ້ນ​ສຸດ​ບັນ​ດາ​ການ​ເຈ​ລະ​ຈາ TPP ອາດ​ຈະ​ແມ່ນ ບາດ​ກ້າວ​ພັດ​ທະ​ນາ​ສຳ​ຄັນ​ທີ່​ສຸດ ຂອງ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ໃນ​ປີນີ້.

ຂ່າວ/ບົດ​ອື່ນ