ການວາງລະເບີດສະຫລະຊີບຢູ່ແບກແດດໄດ້ເຮັດໃຫ້ມີຜູ້ເສຍຊີວິດແລະບາດເຈັບ70ຄົນ

ການວາງລະເບີດສະຫລະຊີບຢູ່ແບກແດດໄດ້ເຮັດໃຫ້ມີຜູ້ເສຍຊີວິດແລະບາດເຈັບ70ຄົນ - ảnh 1
​ເຫ​ດວາງ​ລະ​ເບີດ​ສະ​ຫລະ​ຊີບ ຢູ່ ອີ​ຣັກ
ພາບ:Reuters

(vovworld)-​ບັນ​ດາ​ເຈົ້າ​ຫນ້າ​ທີ່​ຕຳ​ຫ​ລວດ ແລະ ການ​ແພດ ອີ​ຣັກ​ໃຫ້​ຮູ້​ວ່າ: ມີ​ຢ່າງ​ຫນ້ອຍ​ສຸດ 18 ຄົນ​ເສຍ​ຊີ​ວິດ ແລະ ອີກ 51 ຄົນ​ຖືກ​ບາດ​ເຈັບ​ໃນ​ເຫ​ດ​ວາງ​ລະ​ເບີດ​ສະ​ຫລະ​ຊີບ​ເມື່ອ​ວັນ​ທີ 14/10 ຢູ່​ປ້ອມກວດ​ກາ​ປະ​ຕູ​ເຂົົ້າ​ເຂດ Kadhimiya ຂອງ​ຊາວ ອິດ​ສະ​ລາມ​ນິ​ກາຍ ຊີ​ອາ ຢູ່ ນະ​ຄອນ​ຫລວງ ແບກ​ແດດ. ໃນ​ຈຳ​ນ​ວນ​ຜູ​້​ຖືກ​ເສຍຊີ​ວິດນັ້ັ້ນ ມີ​ຕຳ​ຫລວດ 5 ຄົນ. ໃນ​ວັນ​ດຽວ​ກັນ, ເຫດ​ວາງ​ລະ​ເບີດ​ຫນຶ່ງ​ອີກ​ ​ກໍ​ໄດ​້ເກີດ​ຂຶ້ນ​ຢູ່​ແຄມ​ຖະ​ຫນົນ​ສາຍ​ຫນຶ່ງ​ຢູ່​ເມືອງ al Qahira ທາງ​ທິດ​ເຫນືອ ແບກ​ແດດ ໄດ້​ເຮັດ​ໃຫ້ 3 ຄົນ​ເສຍ​ຊີ​ວິດ. ນີ້​ແມ່ນມື້​ທີ 3 ລຽນ​ຕິດ​ເກີດ​ບັນ​ດ​າ​ເຫ​ດ​ວາ​ງ​ລະ​ເບີດ​ສະ​ຫລະ​ຊີບ ເລັ່ງ​ໃສ່​ບັນ​ດາ​ເຂດ​ທີ່​ຊາວ​ອິດ​ສະ​ລາມ​ນິ​ກາຍ ຊັນ​ນີ ດຳ​ລົງ​ຊີ​ວິດ  ຢູ່ນ​ະ​ຄອນ​ຫລວງ ແບກ​ແດດ ແລະ ເຂດ​ໃກ້​ຄຽງ. ນ​ັບ​ແຕ່​ວັນ​ທີ 12/10 ມາ​ຮອດ​ປະ​ຈຸ​ບັນ ມີ​ຢ່າງ​ຫນ້ອຍ​ສຸດ 77 ຄົນ​ເສຍ​ຊີ​ວິດ​ໃນ​ບັນ​ດາ​ເຫດ​ວາງ​ລະ​ເບີ​ດ. ກຸ່ມ​ລັດ​ອິດ​ສະ​ລາມ IS ຍອມ​ຮັບ​ວ່າ ໄດ້​ດຳ​ເນີນ​ບັນ​ດາ​ເຫດ​ບຸກ​ໂຈມ​ຕີ​ດັ່ງ​ກ່າວ.

 

 

 

 

ຂ່າວ/ບົດ​ອື່ນ