ການວາງລະເບີດສະຫຼະຊີບທີ່ນອງເລືອດຢູ່ອີຣັກ
ສະຖານທີເກີດເຫດຢູ່ Sadr City, Baghdad, ວັນທີ14/10
(ພາບ: AFP/TTXVN)
(vovworld) – ຢ່າງໜ້ອຍສຸດມີ 17 ຄົນເສຍຊີວິດ ແລະ 26 ຄົນຖືກບາດເຈັບໃນການວາງລະເບີດສະຫຼະຊີບໃນຕອນບ່າຍວັນທີ 20/10, ຢູ່ນະຄອນຫຼວງ ແບກແດດຂອງ ອີຣັກ. ວົງການເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ອີຣັກ ໃຫ້ຮູ້ວ່າ: ການວາງລະເບີດເກີດຂຶ້ນຢູ່ໂບດອິດສະລາມແຫ່ງໜຶ່ງຂອງນິກາຍ Shi’ite ໃນຈຸດເວລາມີຜູ້ເຂົ້າຮ່ວມພິທີກຳຢູ່ແຫ່ງນີ້ເປັນຈຳນວນຫຼາຍ. ຜູ້ວາງລະເບີດສະຫຼະຊີບໄດ້ກະທຳເມື່ອມີຫຼາຍຄົນພວມອອກຈາກໂບດ Husseiniyat al – Khayrat ຢູ່ເຂດການຄ້າ Sinak.
ໃນຊຸມວັນນີ້, ນະຄອນຫຼວງ ແບກແດດ ພວມເຫັນປະຈັກຕາບັນດາເຫດວາງລະເບີດທີ່ນອງເລືອດໂດຍບັນດາທະຫານກະບົດຂຶ້ນກັບ “ລັດອິດສະລາມ” (IS) ດຳເນີນ. ສະພາບການນີ້ ໄດ້ເຮັດໃຫ້ມີຄວາມວິຕົກກັງວົນວ່າກຸ່ມຫົວຮຸນແຮງນີ້ຈະເພີ່ມທະວີການບຸກໂຈມຕີໃນເດືອນ Muharram, ຈຸດເວລາຊາວ ອິດສະລາມ ນິກາຍ Shi’ite ນັບແສນຄົນພາກັນໄປພາວະນາຢູ່ນະຄອນສັກສິດ Karbala, ທາງທິດຕາເວັນຕົກສ່ຽງເໜືອ ອີຣັກ.