ການວາງ​ລະ​ເບີດ​ໃສ່​ລົດ​ໂອ​ໂຕເຮັດ​ໃຫ້​ມີຜູ້​ເສຍ​ຊີ​ວິດ​ນັບ​ສີບໆ​ຄົນ​ຢູ່ ໂຊ​ມາ​ລີ

(VOVWORLD) - ປັດຈຸບັນ, ຍັງບໍ່ມີອົງການໃດກ່າວຮັບຜິດຊອບວ່າ ໄດ້ດຳເນີນເຫດວາງລະເບີດທີ່ນອງເລືອດດັ່ງກ່າວ.
ການວາງ​ລະ​ເບີດ​ໃສ່​ລົດ​ໂອ​ໂຕເຮັດ​ໃຫ້​ມີຜູ້​ເສຍ​ຊີ​ວິດ​ນັບ​ສີບໆ​ຄົນ​ຢູ່ ໂຊ​ມາ​ລີ - ảnh 1ສະຖານທີ່ເກີດເຫດ (ພາບ: AFP/TTXVN)

ມີຜູ້ເສຍຊີວິດ ກ່ວາ 10 ຄົນ ແລະ ຜູ້ຮັບບາດເຈັບ 30 ຄົນ ໃນເຫດການວາງລະເບີດລົດໂອໂຕທີ່ເກີດຂຶ້ນໃນຕອນຄ່ຳວັນທີ 5 ມີນາ ຢູ່ນອກຮ້ານອາຫານທີ່ມີຊື່ສຽງແຫ່ງໜຶ່ງຢູ່ ນະຄອນຫຼວງ Mogadishu ຂອງ ໂຊມາລີ. ຜູ້ໄດ້ຮັບບາດເຈັບສ່ວນຫຼາຍແມ່ນສາມັນຊົນ. ທ່ານ  Abdulkadir Abdirrahman  ຜູ້ອຳນວຍການອົງການໜູນຊ່ວຍ ສາທາລະນະສຸກ Aamin Ambulance  ໄດ້ໃຫ້ຂໍ້ສັງເກດວ່າ ຈຳນວນຜູ້ໄດ້ຮັບບາດເຈັບ ແລະ ເສຍຊີວິດອາດຍັງຈະເພີ່ມຂຶ້ນສູງ ຍ້ອນເຫດວາງລະເບີດດັ່ງກ່າວເຮັດໃຫ້ຕຶກອາຄານຕ່າງໆຢູ່ອ້ອມຂ້າງຖືກເພເປ.

ຕອບກັບ

ຂ່າວ/ບົດ​ອື່ນ