ການວາງສະແດງຢູ່ຍີ່ປຸ່ນກ່ຽວກັບອະທິປະໄຕຂອງຫວຽດນາມສຳລັບໝູ່ເກາະຮ່ວາງຊາແລະເຈື່ອງຊາ

ການວາງສະແດງຢູ່ຍີ່ປຸ່ນກ່ຽວກັບອະທິປະໄຕຂອງຫວຽດນາມສຳລັບໝູ່ເກາະຮ່ວາງຊາແລະເຈື່ອງຊາ - ảnh 1
ຮ້ານ​ວາງ​ສະ​ແດງ​ເອ​ກະ​ສານ, ຮູບ​ພາບ​ກ່ຽວ​ກັບ ອະ​ທິ​ປະ​ໄຕ​ຂອງ ຫວຽດ​ນາມ ຢູ່​ທະ​ເລ​ຕາ​ເວັນ​ອອກ

(vovworld) – ​ ​​ໃນ​ຂອບ​ເຂດຂອງ​ງານ​ບຸນ ຫວຽດ​ນາມ ຢູ່​ແຂວງ Kanagawa, ປະ​ເທດ ຍີ່​ປຸ່ນ ​ທີ່ໄດ້​ຈັດ​ຕັ້ງ​ແຕ່​ວັນ​ທີ 28 – 30/10, ສະ​ມາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ຍີ່​ປຸ່ນ ໄດ້​ຈັດ​ຕັ້ງ​ງານ​ວາງ​ສະ​ແດງ​ເອ​ກະ​ສານ, ຮູບ​ພາບ​ກ່ຽວ​ກັບ​ອະ​ທິ​ປະ​ໄຕ​ຂອງ ຫວຽດ​ນາມ ຢູ່​ໝູ່​ເກາະ ຮ່​ວາງ​ຊາ ແລະ ເຈື່ອງ​ຊາ. ບັນ​ດາ​ຮູບ​ພາບ, ເອ​ກະ​ສານ​ທີ່​ໄດ້​ນຳ​ມາ​ວາງ​ສະ​ແດງ​ຂຶ້ນ​ກັບ 4 ໝວດ​ຫົວ​ຂໍ້​ຕົ້ນ​ຕໍ່​ເຊິ່ງ​ລວມ​ມີ: ເອ​ກະ​ສານ​ປະ​ຫ​ວັດ​ສາດຢັ້ງ​ຢືນ​ອະ​ທິ​ປະ​ໄຕ​ຂອງ ຫວຽດ​ນາມ ສຳ​ລັບ​ໝູ່​ເກາະ​ຮ່ວາງ​ຊາ ແລະ ເຈື່ອງ​ຊາ, ຮູບ​ພາບ ຈີນ ທຳ​ລາຍ​ສະ​ພາບ​ເດີມ, ກໍ່​ສ້າງ​ເກາະ​ທຽມ​ຢ່າງ​ຜິດ​ກົດ​ໝາຍ ແລະ ຍູ້​ແຮງ​ການ​ນຳ​ໃຊ້​ກຳ​ລັງ​ການ​ທະ​ຫານ​ຢູ່​ບັນ​ດາ​ເກາະ​ທີ່​ເຂົາ​ເຈົ້າ​ຢືດ​ຄອງ​ຂອງ ຫວຽດ​ນາມ ​ຢ່າງ​ຜິດ​ກົດ​ໝາຍ​ ຢູ່ ທະ​ເລ​ຕາ​ເວັນ​ອອກ, ຂະ​ບວນ​ການ​ຂອງ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ​ຄັດ​ຄ້ານ​ບັນ​ດາ​ການ​ກະ​ທຳ​ຜິດ​ກົດ​ໝາຍ​ຂອງ​ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ ແລະ ບັນ​ດາ​ຮູບ​ພາບ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ສາ​ກົນ​ເພື່ອ​ຮັບ​ປະ​ກັນ​ຄວາມ​ເສ​ລີ, ຄວາມ​ໝັ້ນ​ຄົງ​ໃນ​ການ​ເດີນ​ເຮືອ​ຢູ່​ທະ​ເລ​ຕ​າ​ເວັນ​ອອກ.

        ນີ້​ເປັນ​ຄັ້ງ​ທີ 2, ທີ່ສະ​ມາ​ຄົມ​ຊາວ ຫວຽດ​ນາມ ​ອາ​ໄສຢູ່ ຍີ່​ປຸ່ນ ຈັດ​ຕັ້ງ​ງານ​ວາງ​ສະ​ແດງ​ເອກ​ະ​ສານ, ຮູບ​ພາບ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ ດ້ວຍ​ຄວາມ​ຫວັງ​ວ່າ​ນັບ​ມື້​ນັບ​ມີ​ຊາວ ຍີ່​ປຸ່ນ ແລະ ເພື່ອນ​ມິດ​ສາ​ກົນຫຼາຍ​ຄົນ​ຮູ້ ແລະ ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບ​ອະ​ທິ​ປະ​ໄຕ​ຂອງ ຫວຽດ​ນາມ ສຳ​ລັບ​ໝູ່​ເກາະ ຮ່​ວາງ​ຊາ ແລະ ເຈື່ອງ​ຊາ.


ຂ່າວ/ບົດ​ອື່ນ