ການວາງສະແດງວັດຖຸພັນກ່ຽວກັບອິນດູຈີນ ແລະ ຫວຽດນາມ

(vovworld)- ມີ​ຮູບ​ພາບ, ວັດ​ຖຸພັນ​​ອັນ​ລ້ຳ​ຄ່າ ​ກ່ຽວ​ກັບ​ອິນດູຈີນ ​ແລະ ຫວຽດນາມ ​ເປັນ​ຄັ້ງ​ທຳ​ອິດ​ໄດ້​ຮັບ​ການ​ແນະນຳ​ຕໍ່​ຜູ້​ຊົມ​ຢູ່​ຫໍພິພິດ​ທະ​ພັນ​ປະຫວັດສາດ​ໃນ​ສວນສາທາລະນະ Montreau, Montreuil ຊານ​ກຳ​ແພງ Paris ປະ​ເທດ​ຝລັ່ງ. ດ້ວຍ​ຫົວ​ຂໍ້​ວ່າ: ອິນດູ​ຈີນ ຝລ່ັງ -ຫວຽດນາມ, ງານ​ວາງ​ສະ​ແດງ​ໄດ້​ວາດ​ພາບ​ປະຫວັດສາດ​ທີ່​ຕິດ​ພັນ​ຢ່າງ​ສະຫນິດ​ແຫນ້ນ​ລະຫວ່າງ​ຝລັ່ງກັບ​ອິນດູຈີນ, ກັບ​ຫວຽດນາມ ຜ່ານ​ຫ້ອງ​ວາງສະ​ແດງດ້ວຍ​ຫົວ​ຂໍ້​ຕ່າງໆ​ໃນ 9 ຫ້ອງ.  ທ່ານ ຫງວຽນ​ວັນ​ໂບນ, ອະດີດ​ຮອງ​ປະທານ​ສະມາຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່ ຝລັ່ງ ​ໃຫ້​ຮູ້​ວ່າ:

        “ມີ​ເອກະສານ​ໃຫມ່​ຫລາຍ​ຢ່າງ ​ໂດຍ​ບັນດາສ່ວນ​ບຸກຄົນຄື ນັກ​ປະຫວັດສາດຝລັ່ງ Alain Rouscio ມອບ​ໃຫ້. ​ໃນ​ນັ້ນ ມີ​​ເອກະສານ​ລ້ຳ​ຄ່າ​ຫລາຍ​ຢ່າງ ສະ​ແດງ​ໃຫ້​ເຫັນ​ການ​ຕໍ່ສູ້​ຂອງ​ປະຊາຊົນ​ຝລັ່ງ ​ແລະ ການ​​ເຂົ້າ​ຮ່ວມ​ຂອງ​ວົງ​ຄະນາ​ຍາດ​ຫວຽດນາມ ຢູ່ ຝລ່ັງ​ໃນ​ໄລຍະ​ສົງຄາມ​ຢູ່​ຫວຽດນາມ. ມີ​ກວ່າ 90% ລ້ວນ​ແຕ່​ແມ່ນ​ເອກະສານ​ເດີມ ​ເວົ້າ​ເຖິງ​ການ​ຕໍ່ສູ້ຂອງ​ປະຊາຊົນ​ຝລັ່ງ ພິ​ເສດ​ຂອງ​ພັກ​ກອມ​ມູນິດ ຝລັ່ງ, ຊາວ​ຫນຸ່ມ​ຝລັ່ງ ທີ່​ໄດ້​ສະຫນັບສະຫນູນ​ຂະ​ບວນການ​ຕໍ່ຕ້ານ​ຂອງ​ຫວຽດນາມ.”

 

 

ຕອບກັບ

ຂ່າວ/ບົດ​ອື່ນ