ກາ​ນ​ວາງ​ແຜນ​ຜັງ ແລະ ຄຸ້ມ​ຄອງ​ຕົວ​ເມືອງ​ອັດ​ສະ​ລິ​ຍະ​ໃນ​ຍຸດ​ທະ​ສາດ​ເຫັນ​ເປັນ​ຕົວ​ເມືອງ ແລະ ພັດ​ທະ​ນາ​ຕົວ​ເມືອງ

(VOVWORLD) -  ຕອນເຊົ້າວັນທີ 22 ຕຸລາ, ຢູ່ຮ່າໂນ້ຍ, ຄະນະເສດຖະກິດສູນກາງ ແລະ ກະຊວງກໍ່ສ້າງຫວຽດນາມ ໄດ້ສົມທົບກັນຈັດຕັ້ງກອງປະຊຸມສຳມະນາ ດ້ວຍຫົວຂໍ້ “ການວາງແຜນຜັງ ແລະ ຄຸ້ມຄອງຕົວເມືອງອັດສະລິຍະໃນຍຸດທະສາດຫັນເປັນຕົວເມືອງ ແລະ ພັດທະນາຕົວເມືອງ. 
ກາ​ນ​ວາງ​ແຜນ​ຜັງ ແລະ ຄຸ້ມ​ຄອງ​ຕົວ​ເມືອງ​ອັດ​ສະ​ລິ​ຍະ​ໃນ​ຍຸດ​ທະ​ສາດ​ເຫັນ​ເປັນ​ຕົວ​ເມືອງ ແລະ ພັດ​ທະ​ນາ​ຕົວ​ເມືອງ - ảnh 1ກອງປະຊຸມສຳມະນາ (ພາບ: TXVN) 

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານຮອງລັດຖະມົນຕີກະຊວງກໍ່ສ້າງຫວຽດນາມ ຫງວຽນເຕື່ອງວັນ ໃຫ້ຮູ້ວ່າ:

        “ໃນແຜນຮ່າງຍຸດທະສາດພັດທະນາຕົວເມືອງໄລຍະຮອດປີ 2030 ແລະ ວິໄສທັດຮອດປີ 2050 ໂດຍກະຊວງກໍ່ສ້າງຫວຽດນາມ ກຳລັງຍື່ນສະເໜີຕໍ່ນາຍົກລັດຖະມົນຕີ ກໍໄດ້ກຳນົດຢ່າງຈະແຈ້ງວ່າການພັດທະນາຕົວເມືອງອັດສະລິຍະແມ່ນໜຶ່ງໃນບັນດາເສົາຄ້ຳ. ນັ້ນກໍແມ່ນບົດບາດສຳຄັນ ເພື່ອປະຕິບັດເປົ້າໝາຍນຳ ຫວຽດນາມ ກາຍເປັນປະເທດອຸດສາຫະກຳຕາມທິດທັນສະໄໝ, ມີລາຍຮັບສູງໃນປີ 2045. ການສ້າງຕົວເມືອງອັດສະລິຍະຢ່າງມີແບບມີແຜນຕາມແຜນຜັງ ແລະ ຄຸ້ມຄອງການພັດທະນາຕົວເມືອງອັດສະລິຍະຕາມຂັ້ນຕອນ ແລະ ແຜນການໃໝ່ ສາມາດເຮັດໃຫ້ການຄຸ້ມຄອງການພັດທະນາຕົວເມືອງອັດສະລິຍະດີຂຶ້ນເທື່ອລະກ້າວ, ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນໃນຕົວເມືອງ ແລະ ສ້າງກາລະໂອກາດພັດທະນາມະນຸດ”.

        ທີ່ກອງປະຊຸມ, ບັນດາຜູ້ແທນກໍໄດ້ປຶກສາຫາລືກ່ຽວກັບບັນດາບັນຫາຄື ພັດທະນາການຮ່ວມສຳພັນລະຫວ່າງເຂດ ໂດຍອີງໃສ່ລັກສະນະສະເພາະຂອງຕົວເມືອງ; ສ້າງວິໄສທັດໄລຍະຍາວ ແລະ ວາງແຜນກຳນົດທິດພັດທະນາຕົວເມືອງອັດສະລະຍະ….


ຕອບກັບ

ຂ່າວ/ບົດ​ອື່ນ