ການ​ສົ່ງອອກ​ຂອງ​ຫວຽດນາມ​ຈະ​ເພີ່ມ​ຂຶ້ນ 13% ໃນປີ 2012

ປີ 2012 ການ​ສົ່ງອອກ​ຂອງ​ຫວຽດນາມ​ຈະ​ເພີ່ມ​ຂຶ້ນ 13% ​ເມື່ອ​ທຽບ​ກັບ​ປີ 2011 ​ແລະ​ບັນລຸ​ວົງ​ເງິນ​ສົ່ງ​ອອກ​ປະມານ 108 ຕື້​ໂດ​ລາ​ສະຫະລັດ. ທ່ານ​ລັດຖະມົນ​ຕີ​ກະຊວງ​ອຸດສາຫະກຳ ການ​ຄ້າ​ຫວຽດນາມ​ຫວູ໋ຮູ​ຍຮ່ວາງ ​ຢືນຢັນ​ວ່າ: ປີ 2012 ຂະ​ແໜງອຸດສາຫະກຳ ການ​ຄ້າ​ ຈະ​ສຸມ​ໃສ່​ການ​ຫັນປ່ຽນ​ໂຄງ​ປະກອບ​ເສດຖະກິດ ຕິດ​ພັນ​ກັບ​ການ​ປ່ຽນ​ໃໝ່​ຮູບ​ແບບ​ການຈະ​ເລີ​ນ​ເຈີ​ບ​ໂຕ; ​ຍົກ​ສູງ​ສະມັດ​ຕະພາບ; ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ແກ້ງ​ແຍ້​ງ, ສະ​ເໝີ​ພາບ, ຮັບ​ໃຊ້​ໃຫ້​ແກ່​ການ​ພັດທະນາອຸດສາຫະກຳ ​ແລະການ​ຄ້າ​, ມານະ​ພະຍາຍາມ​ສຳ​ເລັດ​ບັນດາ​ຄາດໝາຍ​ໄດ້​ວາງ​ອອກ​ໃຫ້​ສູງ​ກ່ວາປີ 2011. ​ເພື່ອ​ຈຳກັດ​ການ​ນຳ​ເຂົ້າ, ທາງ​ກະຊວງ​ຈະ​ຄົ້ນຄ້ວາ​ນະ​ໂຍບາຍ​ສົ່ງ​ເສີມ​ການ​ລົງທຶນ​ຜະລິດ​ສິນຄ້າ​ສົ່ງ​ອອກ ​ແລະ​ຜະ​ລິດ​ສິນຄ້າ​ແທນ​ໃຫ້​ສິນຄ້າ​ນຳ​ເຂົ້າ. ສືບ​ຕໍ່​ຜັນ​ຂະຫຍາຍ​ປະຕິບັດ​ບັນດາ​ມາດ​ຕະການ​ຍຸ້​ແຮງ​ການ​ຜະລິດ, ການ​ສົ່ງ​ອອກ, ປ່ຽນ​ໃໝ່, ປັບປຸງ​ບັນດາ​ການ​ເຄື່ອນ​ໄຫວສົ່ງ​ເສີມ​ການ​ຄ້າ, ພິ​ເສດ​ແມ່ນ​ບັນດາ​ການ​ເຄື່ອນ​ໄຫວ​ໃນ​ໂຄງການ​ສົ່ງ​ເສີມ​ການ​ຄ້າ​ແຫ່ງ​ຊາດ​ປີ 2012…. ທ່ານ​ລັດຖະມົນ​ຕີ​ກະຊວງ​ອຸດສາຫະກຳ ການ​ຄ້າ​ຫວຽດນາມ​ຫວູ໋ ຮູ​ຍຮ່ວາງ​ເນັ້ນໜັກ​ວ່າ: “ທີ 1 ​ແມ່ນ​ຈະ​ສືບ​ຕໍ່​ສົມທົບ​ກັບ​ບັນດາ​ກະຊວງ ຂະ​ແໜງ​ການ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ, ​ໂດຍ​ສະ​ເພາະ​ແມ່ນ​ວິ​ສາ​ຫະກິດ​ຜະລິດ​ສິນຄ້າ​ສົ່ງ​ອອກ, ສະ​ເໜີ​ໃຫ້​ລັດຖະບານ, ກະຊວງ​ການ​ເງິນ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ດ້ານ​ທຶນຮອນ, ສຳ​ພັດ​ກັບ​ແຫຼ່ງ​ເງິນ​ໃຊ້​ຈາ​ຍ ຫລຸດຜ່ອນ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ວິ​ສາ​ຫະກິດ. ທີ 2 ​ແມ່ນຍຸ້​ແຮງ​ບັນດາ​ການ​ເຄື່​ອນ​ໄຫວສົ່ງ​ເສີມ​ການ​ຄ້າ​ໃນ​ໂຄງການ​ສົ່ງ​ເສີມ​ການ​ຄ້າ​ແຫ່ງ​ຊາດ, ສຸມ​ໃສ່​ບັນດາ​ປະ​ເພດ​ສິນຄ້າ​ມີ​ທ່າ​ໄດ້​ປຽບ, ບັນດາ​ປະ​ເພດ​ສິນຄ້າ​ໃໝ່​ມີ​ຄວາມ​ສາມາດ​ພັດທະນາ
ຂ່າວ/ບົດ​ອື່ນ