ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກ​ະ​ເສດ, ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ ໃນ​ 5 ເດືອນ​ຜ່ານ​ມາ ເພີ່ມ​ຂຶ້ນກວ່າ 30% ເມື່ອ​ທຽບ​ໃສ່​ໄລ​ຍະດຽວ​ກັນຂອງ​ປີ​ກາຍ

(VOVWORLD) - ຕາມກະຊວງກະສິກຳ ແລະ ພັດທະນາຊົນນະບົດແລ້ວ, 5 ເດືອນຜ່ານມາ, ຄາດວ່າ ການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳຂອງ ຫວຽດນາມ ບັນລຸກວ່າ 22,8 ຕື້ USD, ເພີ່ມຂຶ້ນ 30,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ຄາດວ່າການນຳເຂົ້າບັນລຸເກືອບ 19,6 ຕື້ USD, ເພີ່ມຂຶ້ນ 51%.
ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກ​ະ​ເສດ, ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ ໃນ​ 5 ເດືອນ​ຜ່ານ​ມາ ເພີ່ມ​ຂຶ້ນກວ່າ 30% ເມື່ອ​ທຽບ​ໃສ່​ໄລ​ຍະດຽວ​ກັນຂອງ​ປີ​ກາຍ    - ảnh 1ການສົ່ງອອກສິນໃນນ້ຳຂອງ ຫວຽດນາມ ໃນ 5 ເດືອນຜ່ານມາ ບັນລຸກວ່າ 22,8 ຕື້ USD

ເປັນອັນວ່າ, ມູນຄ່າການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳບັນລຸປະມານ 3,27 ຕື້ USD.

        ໃນນັ້ນ, ມີຫຼາຍຜະລິດຕະພັນ, ໝວດຜະລິດຕະພັນມີມູນຄ່າສົ່ງອອກເພີ່ມຂຶ້ນຢ່າງແຮງ ເປັນຕົ້ນແມ່ນ: ຢາງພາລາ, ຊາ, ເຂົ້າສານ, ໝາກໄມ້ຜັກພືດ, ໝາກພິກໄທ, ໝາກມ່ວງຫິມະພານ, ມັນຕົ້ນ ແລະ ບັນດາຜະລິດຕະພັນຜະລິດຈາກມັນຕົ້ນ, ຜະລິດຕະພັນຫົວອາຫານສັດ, ປາຈາ, ກຸ້ງ, ໄມ້, ຫວາຍ, ໄມ້ໄຜ່… ພິເສດ, ມີຜະລິດຕະພັນຫຼາຍຊະນິດໄດ້ເພີ່ມທັງທາງດ້ານປະລິມານ ແລະ ມູນຄ່າການສົ່ງອອກຄື ຢາງພາລາ, ຊາ, ໝວດສິນຄ້າປະເພດຜັກພືດ, ໝາກມ່ວງຫິມະພານ, ມັນຕົ້ນ ແລະ ຜະລິດຕະພັນຜະລິດຈາກມັນຕົ້ນ.

       ກ່ຽວກັບຕະຫຼາດສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳຂອງ ຫວຽດນາມ ມີຕະຫຼາດໃຫຍ່ 4 ແຫ່ງ ນັ້ນແມ່ນ ອາເມລິກາ, ຈີນ, ຍີ່ປຸ່ນ, ສ.ເກົາຫຼີ.


ຕອບກັບ

ຂ່າວ/ບົດ​ອື່ນ