ການສົນທະນາກ່ຽວກັບທະເລຄັ້ງທີ 11: “ການເຄື່ອນໄຫວສົມທົບ: ຊຸກຍູ້ ຫຼື ກີດຂວາງຄວາມເປັນລະບຽບຮຽບຮ້ອຍຢູ່ທະເລ”

(VOVWORLD) - ທີ່ການສົນທະນາ, ຜູ້ແທນໄດ້ຍົກອອກບັນດາຂໍ້ລິເລີມ, ຂໍ້ສະເໜີໃຫ້ບັນດາປະເທດຢູ່ພາຍໃນ ແລະ ນອກພາກພື້ນ ເພື່ອແນໃສ່ຄຸ້ມຄອງບັນດາການເຄື່ອນໄຫວປະສົມເປັນຢ່າງດີກວ່າ
 
ການສົນທະນາກ່ຽວກັບທະເລຄັ້ງທີ 11: “ການເຄື່ອນໄຫວສົມທົບ: ຊຸກຍູ້ ຫຼື ກີດຂວາງຄວາມເປັນລະບຽບຮຽບຮ້ອຍຢູ່ທະເລ” - ảnh 1ບັນດາຜູ້ແທນເຂົ້າຮ່ວມການສົນທະນາ
(ພາບ: dangcongsan.vn)

        ການສົນທະນາກ່ຽວກັບທະເລຄັ້ງທີ 11 ດ້ວຍຫົວຂໍ້ “ການເຄື່ອນໄຫວສົມທົບ: ຊຸກຍູ້ ຫຼື ກີດຂວາງຄວາມເປັນລະບຽບຮຽບຮ້ອຍຢູ່ທະເລ” ໂດຍສະຖາບັນການຕ່າງປະເທດ, ສະຖານທູດ ອັງກິດ ປະຈຳ ຫວຽດນາມ ແລະ ກອງທຶນ Konrad

Adenauer Stiftung ຢູ່ ຫວຽດນາມ (KAS) ພ້ອມກັນຈັດຂຶ້ນໃນວັນທີ 11 ກໍລະກົດ, ຢູ່ນະຄອນທ່າກຳປັ່ນ ຫາຍຟ່ອງ. ມີຜູ້ແທນຫຼາຍກວ່າ 150 ຄົນໄດ້ເຂົ້າຮ່ວມແບບເຊິ່ງໜ້າ ແລະ ທາງໄກ, ໃນນັ້ນມີບັນດານັກປະຖະກະຖາ ເຊິ່ງເປັນນັກຊ່ຽວທີ່ມີອິດທິພົນຊື່ສຽງມາຈາກ 14 ປະເທດເຂົ້າຮ່ວມ.

        ທີ່ການສົນທະນາ, ຜູ້ແທນໄດ້ຍົກອອກບັນດາຂໍ້ລິເລີມ, ຂໍ້ສະເໜີໃຫ້ບັນດາປະເທດຢູ່ພາຍໃນ ແລະ ນອກພາກພື້ນ ເພື່ອແນໃສ່ຄຸ້ມຄອງບັນດາການເຄື່ອນໄຫວປະສົມເປັນຢ່າງດີກວ່າ, ພິເສດແມ່ນຮັບມືກັບບັນດາການເຄື່ອນໄຫວຢູ່ເຂດເກີດການຂັດແຍ້ງ. ຕາມນັ້ນແລ້ວ, ບັນດາປະເທດຄວນເພີ່ມທະວີການສົມທົບກັນກະທຳລະຫວ່າງບັນດາອົງການທີ່ກ່ຽວຂ້ອງ; ຍົກສູງກຳລັງຄວາມສາມາດສັງເກດບັນດາສິ່ງທ້າຍທາຍຢູ່ເຂດຂັດແຍ້ງ, ຈຳແນກບັນດາການເຄື່ອນໄຫວສົມທົບໂດຍມີເປົ້າໝາຍຖືກກັບກົດໝາຍ ແລະ ຜິດກົດໝາຍໂດຍເຈດຕະນາ. ບັນດາປະເທດ ແລະ ອົງການຈັດຕັ້ງສາກົນ ຄວນສ້າງກອບນິຕິກຳດັດປັບການສົມທົບໃຫ້ສົມບູນແບບ. ບັນດາອົງການຮ່ວມມືສາກົນແມ່ນ “ກຸນແຈ” ເພື່ອໃຫ້ບັນດາປະເທດປະສານງານ, ສົມທົບກັນກະທຳ, ຜ່ານນັ້ນຄຸ້ມຄອງບັນດາການເຄື່ອນໄຫວສົມທົບໃຫ້ບັນລຸປະສິດທິຜົນກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ