ການສະຫຼຸບ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຢູ່ກອງ​ປະ​ຊຸມ​ຄະ​ນະ​ປະ​ຈຳ​ລັດ​ຖະ​ບານ​ກ່ຽວ​ກັບ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid – 19

(VOVWORLD) -ວັນທີ29 ສິງຫາ, ຫ້ອງວ່າການລັດຖະບານ ໄດ້ປະກາດໃຊ້ ຖະແຫຼງການກ່ຽວກັບການສະຫຼຸບຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢູ່ກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ໃນວັນທີ 27 ສິງຫາ ປີ 2020.
ການສະຫຼຸບ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຢູ່ກອງ​ປະ​ຊຸມ​ຄະ​ນະ​ປະ​ຈຳ​ລັດ​ຖະ​ບານ​ກ່ຽວ​ກັບ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid – 19 - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກກ່າວຄຳເຫັນທີ່ກອງປະຊຸມ (ພາບ: baochinhphu.vn

ທ່ານນາຍົກລັດຖະມົນຕີ ໄດ້ຊີ້ແຈ້ງວ່າ ໃນໄລຍະຈະມາເຖິງ, ຄວາມສ່ຽງເກີດໂລກລະບາດ ຍັງຄົງຕົວຢູ່ ແລະ ອາດຈະສືບຕໍ່ມີຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກໃນປະຊາຄົມ. ບັນດາຂະແໜງການຂັ້ນຕ່າງໆສືບຕໍ່ຕ້ອງຍົກສູງສະຕິລະວັງຕົວ, ບໍ່ໃຫ້ປະໝາດ, ຖືເບົາຕໍ່ໂລກລະບາດ, ຖືວ່າ ການຕ້ານໂລກລະບາດຕ້ອງໄດ້ຮັບການປະຕິບັດໃນໄລຍະຍາວນານ ແລະ ຄ່ອຍໆສ້າງຕັ້ງວິຖີການດຳລົງຊີວິດ, ມີການປະພຶດທີ່ເໝາະສົມໃນເງື່ອນໄຂເກີດໂລກລະບາດ. ຂະແໜງການສາທາລະນະສຸກ ຕ້ອງເພີ່ມຄວາມໄວໃນການຄົ້ນຄ້ວາ ວັກຊີນ. ຄຽງຄູ່ກັນນັ້ນ, ວຽກງານຖະແຫຼງຂ່າວ ແລະ ສື່ສານສືບຕໍ່ປະຕິບັດໃຫ້ເປັນຢ່າງດີ ແລະ ມີປະສິດທິຜົນກ່ວາເກົ່າ, ເພື່ອ ປະຊາຊົນໃຫ້ຍາມໃດກໍ່ມີສະຕິລະວັງຕົວແຕ່ບໍ່ສ້າງຄວາມແຕກຕື່ມກະວົນກະວາຍ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ມອບໝາຍໃຫ້ທ່ານຟ້າມບິ່ງມິງຮອງນາຍົກລັດຖະມົນຕີ ຫວຽດນາມ ເປັນປະທານໃນການສົມທົບກັບບັນດາກະຊວງ: ການຕ່າງປະເທດ, ຕຳຫຼວດ, ປ້ອງກັນຊາດ, ສາທາລະນະສຸກ…ເພື່ອແກ້ໄຂບັນດາວຽກງານຄື: ຈັດຕັ້ງການປະສານບັນດາຖ້ຽວບິນນຳສົ່ງພົນລະເມືອງ ຫວຽດນາມ ກັບມາປະເທດ ແລະ ສ້າງຄວາມສະດວກໃນການນຳສົ່ງ ນັກຊ່ຽວຊານ, ນັກລົງທຶນ, ຜູ້ອອກແຮງງານທີ່ມີສີມືແຮງງານ ເຂົ້າເມືອງ ຫວຽດນາມ, ຄົ້ນຄ້ວາ, ສະເໜີບ້ວງເງິນຮັບປະກັນຊີວິດສັງຄົມໄລຍະທີ 2.

ຕອບກັບ

ຂ່າວ/ບົດ​ອື່ນ