ການສ້າງວັດທະນະທໍາໃນວິສາຫະກິດຫວຽດນາມ ແມ່ນປັດໄຈຕັດສິນຜົນສໍາເລັດ

(VOVWORLD) -  ຕອນເຊົ້າວັນທີ 18 ເມສາ, ຢູ່ນະຄອນ ເກິນເທີ, ສະຫະສະມາຄົມພັດທະນາວັດທະນະທໍາວິສາຫະກິດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຜັນຂະຫຍາຍບັ້ນຂົນຂວາຍ “ສ້າງວັດທະນະທໍາໃນວິສາຫະກິດຫວຽດນາມ ໂດຍນາຍົກລັດຖະມົນຕີຫວຽດນາມເປັນຜູ້ປຸກລະດົມ. 

      ທີ່ກອງປະຊຸມ, ຄະນະຈັດຕັ້ງໄດ້ຜັນຂະຫຍາຍບັນດາມະຕິຂອງນາຍົກລັດຖະມົນຕີຫວຽດນາມ ກ່ຽວກັບ ບັ້ນຂົນຂວາຍ “ການສ້າງວັດທະນະທໍາໃນວິສາຫະກິດຫວຽດນາມ”, ພ້ອມທັງສ້າງຕັ້ງຄະນະຈັດຕັ້ງ ແລະ ສ້າງແຜນການ ສົມທົບລະຫວ່າງບັນດາວິສາຫະກິດກັບ ຄະນະຈັດຕັ້ງ.

        ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ໂຮ່ແອັງຕວ໊ນ, ຫົວໜ້າຄະນະຈັດຕັ້ງບັ້ນຂົນຂວາຍ ດັ່ງກ່າວ ໃຫ້ຮູ້ວ່າ ບັ້ນຂົນຂວາຍນີ້ ຈະແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດໃນເຂດທາງທິດຕາເວັນຕົກພາກໃຕ້ ແລກປ່ຽນ, ແບ່ງປັນປະສົບການ ແລະ ວິທີການກໍ່ສ້າງ ແລະ ພັດທະນາວັດທະນະທໍາຂອງວິສາຫະກິດ ຈາກການເຄື່ອນໄຫວພຶດຕິກໍາຕົວຈິງ ເພື່ອພັດທະນາແບບຍືນຍົງ.


ຕອບກັບ

ຂ່າວ/ບົດ​ອື່ນ