ການສຳມະນາກ່ຽວກັບສ້າງແຜນຮ່າງ ປັບປຸງການຈັດຕັ້ງກົງຈັກສະຫະພັນ ເຂດ​ທົ່ງພຽງ​ແມ່ນ້ຳຂອງ

ການສຳມະນາກ່ຽວກັບສ້າງແຜນຮ່າງ ປັບປຸງການຈັດຕັ້ງກົງຈັກສະຫະພັນ ເຂດ​ທົ່ງພຽງ​ແມ່ນ້ຳຂອງ - ảnh 1

ເຂດ​ທົ່ງພຽງ​ແມ່ນ້ຳຂອງ

(ພາບ:vi.wikipedia.org)​

( vovworld ) – ​ວັນ​ທີ 2/8, ຢູ່​ແຂວງ Vinh Long ສະຫະພັນ​ບັນດາ​ສະມາຄົມ​ວິທະຍາສາດ ​ແລະ ​ເຕັກນິກ​ຫວຽ​ດນາມ ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ແບ່ງປັນ​ບົດຮຽນ​ໃນ​ການສ້າງ​ແຜນ​ຮ່າງປັບປຸງການ​ຈັດຕັ້ງກົງຈັກ​​ບັນດາ​ສະຫະພັນ​ສະມາຄົມ​ເຂດ​ທົ່ງພຽງ​ແມ່ນ້ຳຂອງ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ການ​ນຳ​ສະຫະພັນ​ສະມາຄົມ 13 ​ແຂວງ​ນະຄອນເຂດ​ທົ່ງພຽງ​ແມ່ນ້ຳຂອງ ​ແລະ ນະຄອນ​ໂຮ່ຈິ​ມິນ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ໄດ້​ສຸມ​ໃສ່​ປຶກສາ​ຫາລື, ​ແບ່ງປັນ​ຫຼາຍ​ບັນຫາ​ກ່ຽວ​ກັບບັນຈຸ​ພະນັກງານ, ຫົວໜ່ວຍ​ເປັນ​​ເສນາ​ທິການ​ຊ່ວຍ​ວຽກ​ໃຫ້​ສະຫະພັນ ​ແລະ ວາງ​ແຜນພະນັກງານ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ພັດທະນາ​ຂອງເຂດ​ທົ່ງພຽງ​ແມ່ນ້ຳຂອງ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນ​ດາ​ສະຫະພັນສະມາຄົມ​ບັນດາ​ແຂວງ​ໃນເຂດ​ທົ່ງພຽງ​ແມ່ນ້ຳຂອງ ​ໄດ້​ຕີ​ລາຄາ​ຢ່າງຮອບດ້ານ​ບັນດາ​ຂໍ້​ຈຳກັດ, ຄວາມ​ຫຍຸ້ງຍາກ​ໃນ​ວຽກ​ງານປັບປຸງ​ກົງຈັກ; ຊອກ​ຫາ​ມາດ​ຕະການ​ຄົບ​ຊຸດ​ພ້ອມ​ທັງ​ສະ​ເໜີ​ບັນດາ​ຂັ້ນທີ່ມີ​ສິດ​ອຳນາດ​ປັບປຸງ​ເອກະສານ​ດ້ານ​ກົດໝາຍ​ໃຫ້​ສຳ​ເລັດບໍລິບູນ ​ເພື່ອ​ແນ​ໃສ່​ປັບປຸງ ​ແລະ ​ເຮັດ​ໃຫ້​ກົງຈັກ​​ຂອງ​ສະຫະພັນ​ສະມາຄົມ​ ​ແລະ ບັນດາ​ສະມາຄົມ​ສະມາຊິກ​ເຄື​ອ່ນ​ໄຫວ​ເປັນ​ປົກກະຕິ​ດ ​ແລະ ​ທີ່​ນັບ​ມື້​ນັບມີ​ປະສິດທິ​ຜົນ​ກ່ວາ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າ​ທີ່​ໄດ້​ວາງ​ອອກ​​ເປັນ​ຢ່າງດີ​.

 

 

 

 

 

ຂ່າວ/ບົດ​ອື່ນ