ການສຳມະນາລະດັບຊາດປຶກສາຫາລື ກ່ຽວກັບມາດຕະການປະຕິບັດມະຕິສູນກາງພັກຄັ້ງທີ 4

ການສຳມະນາລະດັບຊາດປຶກສາຫາລື ກ່ຽວກັບມາດຕະການປະຕິບັດມະຕິສູນກາງພັກຄັ້ງທີ 4 - ảnh 1
( ພາບປະກອບ )

( vovworld ) –   ວັນ​ທີ 17/5, ການ​ສຳ​ມະ​ນາວິທະຍາສາດ​ລະດັບ​ຊາດ​ປຶກສາ​ຫາລື​ບັນດາ​ມາດ​ຕະການ​ຈັດ​ຕັ້ງ​ປະຕິບັດມະຕິ​ສູນ​ກາງ​ພັກ​ຄັ້ງທີ 4 ຊຸດ​ທີ 11 “ ບາງ​ບັນຫາ​ອັນ​ຮີບດ່ວນກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ ” ຢ່າງ​ມີ​ປະສິດທິ​ຜົນຖືກ​ໄຂ​ຂຶ້ນ​ຢູ່​ນະຄອນ​​ໂຮ່​ຈິ​ມິນ. ມີ​ບົດ​ປະກອບ​ຄວາມ​ເຫັນ​ເກືອບ 50 ບົດ​ຢູ່​ທີ​ການ​ສຳ​ມະ​ນາ​ສຸມ​​ໃສ່​​ໄຈ້​ແຍກ​ບັນດາ​ບັນຫາ​ຈຸດ​ສຸມ​ໃນ​ປະຈຸ​ບັນຄື​ ສາຍ​ເຫດ ​ແລະ ບາງ​ມາດ​ຕະການ​ສະກັດ​ກັ້ນ​ການ​ຊຸດ​ໂ​ຊມດ້ານ​ແນວ​ຄິດ​ການ​ເມືອງ, ​ແບບ​ແຜນ​ດຳລົງ​ຊີວິດຄຸນສົມບັດ, ​ໃນໝູ່​ພະນັກງານ, ສະມາຊິກ​ພັກ​ໃນປະຈຸ​ບັນ; ການຕຳ​ນິຕິ​ຊົມ, ວຽກ​ງານ​ວາງ​ແຜນກຳນົດ, ບຳລຸງ​ສ້າງ​ພະນັກງານ, ບົດບາດ​ຂອງ​ໝູ່​ຄະນະ​ໃນ​ການ​ສະກັດ​ກັ້ນ, ຍູ້​​ການ​ຊຸດ​ໂຊ​ມ​ໃນ​ທັນ​​​ແຖວ​ພະນັກງານ ​ແລະ ສະມາຊິກ​ພັກໃຫ້​ຖວຍ​ໄປ. ພ້ອມ​ກັນ​ນັ້ນ, ບັນດາ​ຜູ້​ແທນ​ກໍ​ໄດ້​ສະ​ເໜີ​ບັນດາ​ມາດ​ຕະການ​ແທດ​ຈິງ, ​ເພື່ອ​ແນ​ໃສ່​ປະກອບສ່ວນ​ພ້ອມ​ກັບ​ອົງການ​ພັກ​ທຸກ​ຂັ້ນ​ຈາກ​ຂັ້ນສູນກາງ​ລົງ​ຮອດ​ຂັ້ນ​ທ້ອງ​ຖິ່ນ ສ້າງ​ສຳ​ເລັດ​ລະບົບ​ມາດ​ຕະການ​ແກ້​ໄຂ​ທີ່​ມີ​ລັກສະນະ​ແທດ​ຈິງ ​ແລະ ລັກສະນະ​ເປັນ​ໄປ​ໄດ້, ປະກອບສ່ວນ​ປະຕິບັດ​ມະຕິ​ສູນ​ກາງ​ພັກ​ຄັ້ງທີ 4 ຊຸດ​ທີ 11 ຢ່າງ​ມີ​ໄຊ, ​ໃນ​ນັ້ນ​ເນັ້ນ​ໜັກ​ເປັນ​ພິ​ເສດ​ເຖິງ​ໝວດມາດ​ຕະການຕຳ​ນິຕິຊົມ,​ ຍົກ​ສູງ​ລັກສະນະ​ນຳ​ໜ້າ ​ແລະ ​ເປັນ​ແບບຢ່າງ​ຂອງ​ຂັ້ນ​ເຖິງ. ປະລິຍາ​ເອກ Nguyen Duc Ha, ຫົວໜ້າ​ກົມ​ພັກຮາກ​ຖານ​, ຄະນະ​ຈັດ​ຕັ້ງ​ສູນ​ກາງ​ໃຫ້​ຮູ້​ວ່າ.

        “ ບັ້ນ​ຕຳ​ນິຕິ​ຊົມ​ຄັ້ງ​ນີ້ ຖືກ​ດຳ​ເນີນ​ໃນ​ທົ່ວ​ພັກ ​ແຕ່​ວິທີ​ເຮັດ​ພັດ​ຕ່າງ​ກັນ. ​ໃນ​ເທື່ອ​ນີ້ພວກ​ເຮົາ​ຈະ​ປະຕິບັດ​ຈາກ​ຂັ້ນ​ເຖິງ ລົງ​ຮອດ​ຂັ້ນ​ຮາກຖານ, ລວມໝູ່​ເຮັດ​ກ່ອນ, ສ່ວນ​ບຸກຄົນ​ເຮັດ​ຕາມ​ຫຼັງ. ​ແລະ ພິ​ເສດ​ກ່ອນ​ທີ່​ຈະ​ດຳ​ເນີນ​ການ​ຕຳນິຕິ​ຊົມ​ແມ່ນ​ຕ້ອງ​ຮັບ​ເອົາ​ຄວາມ​ເຫັນປະກອບ​ ຂອງ​ບັນດາ​ອົງການ​ຈັດ​ຕັ້ງ, ສ່ວນ​ບຸກຄົນ​ໃຫ້​ເໝາະສົມ. ພວກ​ເຮົາ​ຕຳ​ນິຕິ​ຊົມ​ແມ່ນ​ເພື່ອ​ເສີມ​ຂະຫຍາຍຈຸດ​ດີດັດ​ແກ້​ຈຸດ​ອ່ອນ, ຖ້າ​ມີ​ຂໍ້​ຂາດ​ຕົກ​ປົກ​ຜ່ອງ​ຫຼາຍ ​ແມ່ນ​ດັດ​ແກ້​ຫຼາຍ ນີ້​ແມ່ນ​ຈຸດ​ສຸມຂອງ​ບັນຫາ ”.

ຂ່າວ/ບົດ​ອື່ນ