ການສຳມະນາສາກົນ “ ຄວາມສະຫງົບ ປອດໄພຢູ່ອາຊີຕາເວັນອອກ ແລະ ທະເລຕາເວັນອອກ ”

ການສຳມະນາສາກົນ “ ຄວາມສະຫງົບ ປອດໄພຢູ່ອາຊີຕາເວັນອອກ ແລະ ທະເລຕາເວັນອອກ ” - ảnh 1
ບັນດາ​ຜູ້​ແທນ​ເຂົ້າຮ່ວມການ​ສຳ​ມະ​ນາສາ​ກົນ
( ພາບ: vietnamnet.vn )


( vovworld ) –   ການ​ສຳ​ມະ​ນາສາ​ກົນ “ ບັນດາ​ບັນຫາ​ຕົວ​ຈິງ​ຂອງ​ຄວາມ​ສະ​ຫງົບປອດ​ໄພ​ຢູ່​ພາກ​ພື້ນ​ອາຊີ ​ແລະ ທະ​ເລ​ຕາ​ເວັນ​ອອກ ” ຫາ​ກໍ​ຈັດ​ຂຶ້ນ​ຢູ່​ລັດ​ເຊຍ ​ໄດ້​ດຶງ​ດູດ​ບັນດາ​ຜູ້​ຊ່ຽງ​ຊານ, ນັກຮຽນ​ຮູ້​ຂອງ​ປະ​ເທດ​ເຈົ້າພາບ ​ແລະ ບາງ​ປະ​ເທດ​ເອີ​ລົບ, ອາຊີ. ທີ່​ການ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ບັນດາ​ປັດ​ໃຈ​ທີ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ລະບົບ​ຄວາມ​ສະຫງົບ​ປອດ​ໄພ​ຢູ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ, ຄວາມ​ສະຫງົບ​ປອດ​ໄພ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ການ​ສົມທົບ​ກັນ​ກໍ​ຄື​ການ​ແກ່ງ​ແຍ້​ງຂອງ​ບັນດາ​ປະ​ເທດ​ຢູ່​ພາກ​ພື້ນ​ນີ້, ບັນຫາ​ພິພາດ​ເຂດ​ດິນ​ແດນ, ​ເຂດທະ​ເລ​ຕາ​ເວັນ​ອອກ, ຊ່ວງ​ເສັງ​ປະກອບ​ອາວຸດ ​ແລະ ​​ແຜ່​ຂະຫຍາຍອາວຸດ​ນິວ​ເຄຼຍຢູ່​ອາຊີ​ຕາ​ເວັນ​ອອກ… ບັນດາ​ບົດ​ປະກອບ​ຄຳ​ເຫັນ​ທີ່​ການ​ສຳ​ມະ​ນາ​ໄດ້​ຄັດ​ຄ້ານ ​ແລະ ຕຳ​ນິຕິ​ຕຽນ​ຄວາມ​ສຳນຶກ “ ຮູບ​ລິນ​ງົວ​ໃນ​ແຜນ​ທີ ”​ ໂດຍ​ຈີນ​ຍົກ​ອອກ​ມາ​ແມ່ນ​ບໍ່​ມີ​ຫຼັກ​ຖານດ້ານ​ວິທະຍາສາດ, ພ້ອມ​ກັນ​ນັ້ນ​ຮຽກຮ້ອງ​ໃຫ້ການ​ແກ້​ໄຂ​ການ​ພິາດກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​​ໂດຍ​ສັນຕິ​ວິທີ ​ແລະ ບົນ​ພື້ນຖານ​ສົນທິສັນຍາ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ຮຽກ​ຮ້ອງ​ໃຫ້​ບັນດາ​ປະ​ເທດ​ອາຊຽນ​ເພີ່ມ​ທະວີ​ການ​ສົມທົບ​ກັນ ​ແລະ ​ເປັນ​ເອກະ​ພານ​ຫຼັກ​ໜັ້ນ​ໃນ​ບັນຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ບັນດາ​ນັກຮຽນ​ຮູ້ ​ແລະ ຜູ້​ຊ່ຽວຊານ​ໄດ້​ຊົມ​ເຊີຍ​ສັນຍາ 6 ຂໍ້​ລະຫວ່າງ​ຫວຽດນາມ ​ແລະ ຈີນ, ຖື​ນັ້ນ​ເປັນ​ໜື່ງ​ໃນ​ໃນ​ບັນດາ​ພື້ນຖານ​ເພື່ອ​ແກ້​ໄຂ​ບັນຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ພ້ອມ​ກັນ​ນັ້ນ​ຮຽກຮ້ອງ​​ເພີ່ມ​ທະວີ​ການ​ຄົ້ນຄວ້າ​ເອກະສານ​ປະຫວັດ​ສາດ, ​ໃນ​ນັ້ນ​ມີ​ເອກະສານ​ຕ່າງໆ​ທີ່​ໄດ້​ແນະນຳ​ທາງແວບ​ຊາຍ​ຂອງ​ຫວຽດນາມ ກ່ຽວ​ກັບ​ໝູ່​ເກາະ Hoang Sa ​ແລະ Truong Sa. ບັນດາ​ບົດ​ປະກອບ​ຄຳ​ເຫັນ​ໄດ້​ສະ​ເໜີ​ຢູ່​ທີ່​ການ​ສຳ​ມະ​ນາ​​ໄດ້​ຍົກ​ອອກ​ບັນດາຫຼັກ​ຖານຢືນຢັນ​ວ່າ Hoang Sa ​ແລະ Truong Sa ຂຶ້ນ​ກັບ​ອະທິປະ​ໄຕ​ຂອງ​ຫວຽດນາມ.

ຂ່າວ/ບົດ​ອື່ນ