ການສຳມະນາສາກົນກ່ຽວກັບການຕໍ່ສູ້ຕ້ານການຄ້າເຖື່ອນຢາເສບຕິດຢູ່ອາຊີຕາເວັນອອກສ່ຽງໃຕ້

ການສຳມະນາສາກົນກ່ຽວກັບການຕໍ່ສູ້ຕ້ານການຄ້າເຖື່ອນຢາເສບຕິດຢູ່ອາຊີຕາເວັນອອກສ່ຽງໃຕ້ - ảnh 1
ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ​ກ່ຽວ​ກັບ​ການ​ຕໍ່ສູ້
​ຕ້ານ​ການ​ຄ້າ​ເຖື່ອນ​ຢາ​ເສບ​ຕິດ​ສັງ​ລວມ
(ພາບ: xaluan.com)

(vovworld) - ​ຕອນ​ເຊົ້າ​ວັນ​ທີ 13/12, ຢູ່ ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ​ກ່ຽວ​ກັບ​ການ​ຕໍ່ສູ້​ຕ້ານ​ການ​ຄ້າ​ເຖື່ອນ​ຢາ​ເສບ​ຕິດ​ສັງ​ລວມຢູ່​ເຂດ​ອາຊີຕາ​ເວັນ​ອອກ​ສ່ຽງ​ໃຕ້, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ຜູ້​ພິພາກສາ, ນັກສອບ​ສວນ​ສືບສວນ, ​ນັກໄອ​ຍະ​ການທີ່​ມາ​ຈາກ​ຫຼາຍ​ປະ​ເທດ. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ, ພົນ​ຈັດຕະວາ ​ໂດ​ກິມຕ໋ວຽນ (Do Kim Tuyen), ຮອງ​ຫົວໜ​້າກອງ​ບັນຊາ​ການ​ຕຳ​ຫຼວດປ້ອງ​ກັນ, ຕ້ານ​ອາດ​ສະ​ຍາ​ກຳ, ກະຊວງ​ຕຳຫຼວດ​ຫວຽດນາມ, ​ໃຫ້​ຂໍ້​ສັງ​ເກດ​ວ່າ:

”ສະພາບ​ອາດ​ສະ​ຍາ​ກຳ​ຢາ​ເສບ​ຕິດ​ເວົ້າ​ລວມ ​ແລະ ຢາ​ເສບ​ຕິດ​ສັງ​ລວມມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ. ສະພາບ​ຊື້ຂາຍ, ນຳ​ໃຊ້ຢາ​ເສບ​ຕິດ​ສັງ​ລວມ ​ໄດ້​ແຜ່​ຂະຫຍາຍ​ຢ່າງ​ກວ້າງຂວາງ​ຢູ່​ຫຼາຍ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ. ສິ່ງ​ທີ່​ໜ້າ​ສົນ​ໃຈ​ນັ້ນ​ແມ່ນ​, ຢາ​ເສບ​ຕິດ​ສັງ​ລວມທີ່​ມີ​ຈຳນວນ​ຫຼາຍຖືກ​ນຳ​ເຂົ້າ​ຈາກ​ບັນດາ​ປະ​ເທດ​ທີ່​ມີ​ເສັ້ນ​ຊາຍ​ແດນ​ຕິດ​ກັບ​ຫວຽດນາມ. ດັ່ງ​ນັ້ນ, ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ​ກ່ຽວ​ກັບ​ການ​ຕໍ່ສູ້​ຕ້ານ​ການ​ຄ້າ​ເຖື່ອນ​ຢາ​ເສບ​ຕິດ​ສັງ​ລວມຢູ່​ເຂດອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ສາກົນ​ໃນ​ການ​ຕໍ່ສູ້​ຕ້ານ​ອາດ​ສະ​ຍາ​ກຳ​ຄ້າ​ເຖື່ອນ​ຢາ​ເສບ​ຕິດທີ່​ມີ​ການຈັດ​ຕັ້ງ ​ແມ່ນ​ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ”

 

ຂ່າວ/ບົດ​ອື່ນ