ການສຳມະນາສາກົນກ່ຽວກັບທະເລຕາເວັນອອກຢູ່ອິນໂດເນເຊຍ

ການສຳມະນາສາກົນກ່ຽວກັບທະເລຕາເວັນອອກຢູ່ອິນໂດເນເຊຍ - ảnh 1

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳ​ມະ​ນາສາ​ກົນ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ​ຢູ່​ອິນ​ໂດ​ເນ​ເຊຍ
(ພາຍ:hanoimoi.com.vn)

(vovworld) - ກອງປະຊຸມ​ສຳ​ມະ​ນາສາ​ກົນທີ່​ມີ​ຫົວ​ຂໍ້​ວ່າ ”ສັນຕິພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ອາຊີ - ປາຊີ​ຝິກ: ຄວາມ​ສາມັກຄີ​ຂອງ​ອາ​ຊຽນ ​ແລະ ການ​ຮ່ວມ​ມື​ຂອງບັນດາ​ປະ​ເທດ​ໃຫຍ່​ຢູ່​ພາກ​ພື້ນ” ​ໂດຍ​ສູນ​ຄົ້ນ​ຄ້ວາຍຸ​ດທະ​ສາດ​ອາຊີ​ຂອງ​ອິນ​ເດຍ ສົມທົບ​ກັບ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ​ອິນ​ໂດ​ເນ​ເຊຍ ​ແລະ ສະ​ຖາ​ບັນ​ຄົ້ນ​ຄ້ວາ​ການ​ເດີນ​ທະ​ເລ ອິນ​ໂດ​ເນ​ເຊຍ​ຈັດ​ຂຶ້ນ​ໃນ​ວັນ​ທີ 20/9, ຢູ່​ຢາ​ກາກ​ຕາ, ປະ​ເທດອິນ​ໂດ​ເນ​ເຊຍ. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອິນ​ໂດ​ເນ​ເຊຍ Yusgiantoro ​ຢືນຢັນ​ວ່າ, ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແມ່ນ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ຫຼາຍ​ປະ​ເທດ, ພ້ອມ​ທັງ​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຕໍ່​ການ​ຂັດ​ແຍ່ງ​ລະຫວ່າງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ. ທ່ານ​ເນັ້ນ​ໜັກ​ວ່າ, ໜ້າ​ທີ່​ຂອງ​ອາ​ຊຽນ​ແມ່ນ​ຕ້ອງ​ຢັ້ງຢືນ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຄືນ​ໃໝ່​ສຳ​ຫຼັບ​ຫຼັກການ 6 ຂໍ້ ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ ​ເຊິ່ງຫາ​ກໍ່​ບັນລຸ​ໄດ້. ພ້ອມ​ທັງ​ຖື​ວ່າ​ໃນ​ຕໍ່ໜ້າ, ສິ່ງ​ສຳຄັນ​ແມ່ນ​ບັນດາ​ປະ​ເທດ​ອາ​ຊຽນຕ້ອງ​ໃຫ້​ບຸລິ​ມາ​ສິດ​ກ່ຽວ​ກັບ​ເລື່ອງກຳນົດ ການ​ປະພຶດ​ໃນ​ເຂດ​ທະ​ເລ​ຕາ​ເວັນ​ອອກ (COC)  ​ແລະ ​ເຮັດ​ວຽກ​ກັບ​ຈີນ​ຍິ່ງ​ໄວ​ກໍ່​ຍິ່ງ​ດີ.

 

ຂ່າວ/ບົດ​ອື່ນ