ການຮ່ວມມືດ້ານການເງິນລະຫວ່າງຫວຽດນາມ ແລະ ອັງກິດ

ການຮ່ວມມືດ້ານການເງິນລະຫວ່າງຫວຽດນາມ ແລະ ອັງກິດ - ảnh 1
( ພາບ : baohaiquan.vn )

( vovworld ) -   ວັນທີ 27/2, ຢູ່ຮ່າໂນ້ຍ ​ໄດ້​ດຳ​ເນີນ​ພິທີ​​ລົງ​ນາມ​ໃນບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ເງິນລະຫວ່າງ​ກະຊວງ​ການ​ເງິນ​ຫວຽດນາມ ​ແລະ ກະຊວງ​ການ​ຕ່າງປະ​ເທດ​ສະຫະພັນລາ​ຊະ​ອານາຈັກອັງກິດ ​ແລະ ອາຍ​ແລນ​ເໜືອ. ບົດບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ເງິນ​ລະຫວ່າງກະຊວງ​ການ​ເງິນ​ຫວຽດນາມ ​ແລະ ກະຊວງ​ການ​ຕ່າງປະ​ເທດ​ສະຫະພັນລາ​ຊະ​ອານາຈັກອັງກິດ ​ແລະ ອາຍ​ແລນ​ເໜືອ, ລວມມີ 5 ຂົງ​ເຂດຄື; ວຽກງານ​ຄຸ້ມ​ຄອງ​ໜີ້​ສິນ​ຂອງ​ລັດ, ບັນຫາ​ການຮ່ວມ​ມື​ລະຫວ່າງ​ພາກ​ລັດ ​ແລະ ​ເອກະ​ຊົນ​ໃນ​ຂົງ​ເຂດ​ການ​ລົງທຶນ​ຂອງ​ລັດ, ນະ​ໂຍບາຍ​ການ​ເງິນ ​ແລະ ຕະຫຼາດ​ການ​ເງິນ ( ​ເຊິ່ງລວມມີ ຕະຫຼາດ​ຫຼັກ​ຊັບ, ປະກັນ​ໄພ ​ແລະ ພັນທະບັດ ), ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ,  ດັດ​ສະ​ນີຄວາມ​ໄວ້​ວາງ​ໃຈ​ແຫ່ງ​ຊາດ. ຄຽງ​ຂ້າງ​ນັ້ນ, ບົດ​ບັນທຶກ​ຊ່ວຍ​ຈຳ​ຍັງຊີ້​ແຈງ​ວ່າ ສອງ​ຝ່າຍ​ຈະ​ແລກປ່ຽນ​ຄະນະຜູ້​ແທນ, ຈັດ​ຕັ້ງ​ບັນດາ​ກອງ​ປະຊຸມ​ສຳ​ມະ​ນາ​ດ້ວຍຫົວ​ຂໍ້ສະ​ເພາະ, ບັນດາ​ຊຸດ​ບຳລຸງ​ສ້າງ​ໄລຍະ​ສັ້ນ, ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ສ້າງ​ບົດ​ລາຍ​ງານ​ກ່ຽວ​ກັບເສດຖະກິດ​ມະຫາ​ພາກ… ​ເລີ່​ມຈາກ​ນັ້ນ​​ເພື່ອຍົກ​ສູງ​ຄຸນ​ນະພາ​ບຂອງ​ບັນດາ​ນະ​ໂຍບາຍ​ຂອງ​ລັດ ​ແລະ ຄວາມ​ສາມາດຂອງ​ພະນັກງານ​ໃນ​ຂົງ​ເຂດ​ຄຸ້ມ​ຄອງ​ການ​ເງິນ​ຂອງ​ລັດ​ໃນ​ກະຊວງ​ການ​ເງິນ. ​ເພື່ອ​ຜັນ​ຂະຫຍາຍ​ບົດ​ບັນທຶກ​ຊ່ວຍ​ຈຳ​ນີ້​ຢ່າງມີ​ປະສິດທິ​ຜົນ, ສອງ​ຝ່າຍ​ໄດ້​ເປັນ​​ເອກະພາບ​ນຳ​ກັນຈະ​ສ້າງ​ແຜນການ​​ເຄື່ອນ​ໄຫວ​ປະຈຳ​ປີ ​ແລະ ​ໄດ້​ຮັບ​ການອະນຸມັດ​ຜ່ານ​ໃນ​ແຕ່​ລະ​ປີ. ບົດ​ບັນທຶກ​ຊ່ວຍ​ຈຳ​ມີຜົນ​ສັດ​ສິດ​ນັບ​ແຕ່​ມື້​​ລົງ​ລາຍ​ເຊັນ​ເປັນ​ຕົ້ນ​ໄປ ​ແລະ ມີຜົນ​ບັງຄັບ​ໃຊ້​ໃນ​ໄລຍະ​ເວລາ 3 ປີ.
ຂ່າວ/ບົດ​ອື່ນ