ພາບ : Quang Hòa/TTXVN
(vovworld)- ການຮ່ວມມືປ້ອງກັນຄວາມສະຫງົບລະຫວ່າງ ຫວຽດນາມ-ອາເມລິກາ ບັນລຸບາດກ້າວທີ່ໜ້າຊື່ນຊົມ. ນີ້ແມ່ນເນື້ອໃນຂອງຂ່າວໄດ້ແນະນຳທາງເຄືອຂ່າຍ ເອີລົບ Euro Presse Image (epi-agenci.com) ວັນທີ 24/3, ໃນໂອກາດການຢ້ຽມຢາມ ແລະ ເຮັດວຽກຢູ່ ອາເມລິກາ ຫວ່າງແລ້ວນີ້ຂອງທ່ານລັດຖະມົນຕີວ່າການກະຊວງຕຳຫຼວດ ຫວຽດນາມ ພົນເອກ ເຈິນດ້າຍກວາງ . ບົດຂຽນມີຫົວເລື່ອງວ່າ: “ຫວຽດນາມ-ອາເມລິກາ ເພີ່ມທະວີການພົວພັນຮ່ວມມືປ້ອງກັນຄວາມສະຫງົບ”, ແລະ ເນັ້ນໜັກວ່າ: 2 ຝ່າຍສືບຕໍ່ຮັກສາກົນໄກຮ່ວມມືທີ່ມີຢູ່ແລ້ວ, ຄົ້ນຄ້ວາ, ເຈລະຈາມຸ່ງໄປເຖິງການເຊັນສັນຍາບັນດາເອກະສານຮ່ວມມື ເພື່ອແນໃສ່ສ້າງກອບກົດໝາຍການພົວພັນຮ່ວມມື 2 ຝ່າຍໃນຂົງເຂດຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍ. ຫວຽດນາມ ແລະ ອາເມລິກາ ຍັງເຫັນດີເປັນເອກະສັນເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນການຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳ ແລະ ສົມທົບກັນສືບສວນບັນດາຄະດີ; ຮ່ວມມືດ້ານສຶກສາ, ບຳລຸງສ້າງວິຊາຊີບໃຫ້ພະນັກງານປະຕິບັດກົດໝາຍ. ຜູ້ຂຽນຂ່າວດັ່ງກ່າວ ຖືວ່າ: ການພົວພັນຮ່ວມມືປ້ອງກັນຄວາມສະຫງົບ 2 ຝ່າຍນັບມື້ນັບໄດ້ຮັບການຍູ້ແຮງ ແລະ ຢືນຢັນວ່າ ອາເມລິກາ ພວມຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນໃນການຜັນຂະຫຍາຍນະໂຍບາຍສ້າງຄວາມສົມ ດູນຢູ່ພາກພື້ນອາຊີ-ປາຊີຟິກ ຄືນໃໝ່. ກ່ຽວຂ້ອງເຖິງຄວາມຂັດແຍ້ງກັນໃນເຂດທະເລຕາເວັນອອກ ລະຫວ່າງ ຈີນ ແລະ ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້, ຜູ້ຂຽນຂ່າວດັ່ງກ່າວກໍ່ຖືວ່າ: ບັນດາສະມາຊິກລັດຖະສະພາ ອາເມລິກາ ຍາມໃດກໍ່ຢືນຢັນຄືນໃໝ່ການສະໜັບສະໜູນແກ້ໄຂຄວາມຂັດແຍ່ງກັນດ້ວຍມາດຕະການໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ພິເສດແມ່ນສົນທິສັນຍາກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ຂອງ ສປຊ, ຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ກໍ່ຄືຊຸກຍູ້ສ້າງສຳເລັດປະມວນຂໍ້ກຳນົດກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (COC).