ການຮ່ວມມືສາກົນຫນູນຊ່ວຍຜູ້ປະສົບເຄາະຮ້າຍຈາກລູກລະເບີດ ຢູ່ ຫວຽດນາມ

(VOVWORLD) -ຕອນເຊົ້າວັນທີ 22 ມິຖຸນາ ຢູ່ ຮ່າໂນ້ຍ, ກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ໄດ້ຈັດຕັ້ງກອງປະຊຸມສາກົນກ່ຽວກັບການຮ່ວມມືສາກົນຫນູນຊ່ວຍຜູ້ປະສົບເຄາະຮ້າຍຈາກລູກລະເບີດຢູ່ຫວຽດນາມ. 
ການຮ່ວມມືສາກົນຫນູນຊ່ວຍຜູ້ປະສົບເຄາະຮ້າຍຈາກລູກລະເບີດ ຢູ່ ຫວຽດນາມ - ảnh 1 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

ກອງປະຊຸມເພື່ອແນໃສ່ແບ່ງປັນ ແລະ ປຶກສາຫາລືບັນດາຂໍ້ມູນຂ່າວກ່ຽວກັບການເຄື່ອນໄຫວບຸລິມະສິດຫນູນຊ່ວຍຜູ້ປະສົບເຄາະຮ້າຍຈາກລູກລະເບີດ ກ່ຽວກັບສາທາລະນະສຸກ, ການຟື້ນຟູສະມັດຕະພາບຄົນພິການ, ສ້າງລະບົບນະໂຍບາຍ, ກົດໝາຍ, ການບໍລິການສັງຄົມໃຫ້ສົມບູນແບບ.. ເພີ່ມທະວີການໂຄສະນາກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫລັງຈາກລູກລະເບີດ, ວັດຖຸລະເບີດຫລັງສົງຄາມຢູ່ຫວຽດນາມ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ເລກີມຢູງ, ຫົວຫນ້າກົມຮ່ວມມືສາກົນ (ກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ)ໃຫ້ຮູ້ວ່າ:

        “ບັນດາອົງການສາກົນ, ພິເສດແມ່ນບັນດາອົງການບໍ່ຂຶ້ນກັບລັດຖະບານ, ເຂົາເຈົ້າໄດ້ມີບັນດາການຫນູນຊ່ວຍຕັ້ງຫນ້າໃນວິວັດການສ້າງບັນດານະໂຍບາຍຫນູນຊ່ວຍຜູ້ປະສົບເຄາະຮ້າຍຈາກລູກລະເບີດ, ຫນູນຊ່ວຍຄົນພິການໄດ້ຮັບການຊ່ວຍເຫລືອກ່ຽວກັບວຽກງານງານທຳ.”

 

ຕອບກັບ

ຂ່າວ/ບົດ​ອື່ນ