ການຮ່ວມມືຮັກສາສັນຕິພາບຢູ່ທະເລຕາເວັນອອກແມ່ນຜົນປະໂຫຍດຂອງທຸກປະເທດ

ການຮ່ວມມືຮັກສາສັນຕິພາບຢູ່ທະເລຕາເວັນອອກແມ່ນຜົນປະໂຫຍດຂອງທຸກປະເທດ  - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ
ພາບ:TTXVN

(vovworld)- ຕອນ​ບ່າຍ​ວັນ​ທີ 19/12, ຢູ່ ມະ​ຫາ​ວິ​ທະ​ຍາ​ໄລ Meiji ໂຕ​ກຽວ ປະ​ເທດ ຍີ່​ປຸ່ນ, ສະ​ຖາ​ບັນ​ບັນ​ດາ​ບັນ​ຫາ​ທົ່ວ​ໂລກ Meiji ແລະ ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ການ​ເມືອງ​ສາ​ກົນ Meiji ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ ດ້ວຍ​ຫົວ​ຂໍ້ “ຜົນ​​ພາຍ​ຫລັງ​ຄຳ​ຕັດ​ສິນ​ສານ​ອະ​ນຸ​ຍາ​ໂຕ​ຕຸ​ລາ​ການ ຢູ່ ລາ​ໄຮ ປະ​ເທດ​ໂຮນ​ລັງ: ອະ​ນາ​ຄົດ​ການ​ເດີນ​ທະ​ເລ​ຢູ່ ອາ​ຊີ”. ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ ມີ​ບັນ​ດາ​ນັກ​ຮຽນ​ຮູ້​ແຖວ​ຫນ້າ​ຂອງ​ຍີ່​ປຸ່ນ ແລະ ບັນ​ດາ​ປະ​ເທດ​ໃນ​ພາກ​ພ​ື້ນ. ບັນ​ດາ​ນັກ​ຮຽນ​ຮູ້​ໄດ້​ຍົກ​ໃຫ້​ເຫັນ​ຄວາມ​ໝາຍ ແລະ ການ​ກະ​ທົບ​ຂອງ​ຄຳ​ຕັດ​ສິນ​ຂອງ​ສານ​ຂອງ ສານ​ອະ​ນຸ​ຍາ​ໂຕ​ຕຸ​ລາ​ກາ​ນ​ສຳ​ລັບ​ສະ​ພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໃນ​ໄລ​ຍະ​ຜ່ານ​ມາ. ບັນ​ດາ​ນັກ​ຮຽນ​ຮູ້​ໄດ້​ຢືນ​ຢັນ ຄວາມ​ເສ​ລີ​ໃນ​ການ​ເດີນ​ເຮືອ, ການ​ບິນ​ບົນ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ແມ່ນ​ຜົນ​ປະ​ໂຫຍດບໍ່​ພຽງ​ແຕ່​ຂອງ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ຜົນ​ປະ​ໂຫຍດ​ຂອງ​ທົ່ວ​ໂລກ​ອີກ​ດ້ວຍ ພ້ອມ​ທັງ​ເນັ້ນ​ຫນັກ​ຢ່າງ​ແຮງ​ເຖິງ​ລັກ​ສະ​ນະ​ເຄົາ​ລົບ​ກົດ​ໝາຍ​. ບັນ​ດາ​ນັກ​ຮຽນ​ຮູ້​ເປັນ​ເອ​ກະ​ພາບ​ວ່າ ຄຳ​ຕັດ​ສິນ​ຂອງ​ສານ​ອະ​ນຸ​ຍາ​ໂຕ​ຕຸ​ລາ​ການແມ່ນ​ພື້ນ​ຖານ​ເພື່ອ​ໃຫ້​ບັນ​ດາ​ປະ​ເທດ​ຮ່ວມ​ມື​ໃນ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ຮັກ​ສາ​ຄວາມ​ເສ​ລີ​ໃນ​ການ​ເດີນ​ທະ​ເລ, ການ​ບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແມ່ນ​ຜົນ​ປະ​ໂຫຍດ​ຂອງ​ທຸ​ກ​ປະ​ເທດ. 


ຕອບກັບ

ຂ່າວ/ບົດ​ອື່ນ