ການ​ຮ່ວມ​ມື​ເສ​ດ​ຖະ​ກິດ - ການ​ລົງ​ທຶນ - ການ​ຄ້າ ແມ່ນ​ເສົາ​ຄ້ຳ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ສິງ​ກະ​ໂປ

(VOVWORLD) - ກອງປະຊຸມໂດຍກະຊວງແຜນການ ແລະ ການລົງທຶນ, ຫ້ອງວ່າການລັດຖະບານ, ສະຖານທູດ ສ.ສິງກະໂປ ປະຈຳ ຫວຽດນາມ ຈັດຂຶ້ນດ້ວຍການສົມທົບຂອງບໍລິສັດຮ່ວມທຸລະກິດ ເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ (VSIP).
ການ​ຮ່ວມ​ມື​ເສ​ດ​ຖະ​ກິດ - ການ​ລົງ​ທຶນ - ການ​ຄ້າ ແມ່ນ​ເສົາ​ຄ້ຳ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ສິງ​ກະ​ໂປ - ảnh 1 ທ່ານນາຍົກລັດຖະມົນຕີ ສ.ສິງກະໂປ ຫຼີຊຽນຫຼົງ ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ
(ພາບ: TTXVN)

ໃນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງ ທ່ານນາຍົກລັດຖະມົນຕີ ສ.ສິງກະໂປ ຫຼີຊຽນຫຼົງ, ຕອນເຊົ້າວັນທີ 29 ສິງຫາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ ເຂົ້າຮ່ວມກອງປະຊຸມຊຸກຍູ້ການຜັນຂະຫຍາຍບັນດາໂຄງການຮ່ວມມືລົງທຶນ ຫວຽດນາມ - ສິງກະໂປ. ກອງປະຊຸມໂດຍກະຊວງແຜນການ ແລະ ການລົງທຶນ, ຫ້ອງວ່າການລັດຖະບານ, ສະຖານທູດ ສ.ສິງກະໂປ ປະຈຳ ຫວຽດນາມ ຈັດຂຶ້ນດ້ວຍການສົມທົບຂອງບໍລິສັດຮ່ວມທຸລະກິດ ເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ (VSIP).

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ການຮ່ວມມືດ້ານເສດຖະກິດ - ການລົງທຶນ - ການຄ້າ ແມ່ນເສົາຄ້ຳສຳຄັນທີ່ສຸດໃນການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສິງກະໂປ, ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ຊຸກຍູ້ໃຫ້ພັດທະນາຢ່າງຮອບດ້ານ. ດັ່ງນັ້ນ, ຕ້ອງສຸມໃສ່ເຊື່ອມຕໍ່ສອງພື້ນຖານເສດຖະກິດ, ເປັນຕົ້ນແມ່ນບັນດາຂົງເຂດໃໝ່ຄື: ການຫັນເປັນດີຈີຕອນ, ຫັນເປັນສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດແບ່ງປັນ, ນະວັດຕະກຳ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ. ຫວຽດນາມ ມີຄວາມຫວັງຢາກສືບຕໍ່ເປີດກວ້າງ, ເສີມຂະຫຍາຍຮູບແບບເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ ຕາມທິດຍືນຍົງຢ່າງມີປະສິດທິຜົນ, ກ້າວໄປເຖິງການສ້າງບັນດາລະບົບນິເວດອຸດສາຫະກຳ - ນະວັດຕະກຳ - ຕົວເມືອງ - ການບໍລິການ - ເຕັກໂນໂລຢີສູງ ຢູ່ຫຼາຍທ້ອງຖິ່ນ.

ສ່ວນທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ ຫວັງວ່າ ອຳນາດການປົກຄອງທຸກຂັ້ນ ຈະສືບຕໍ່ສ້າງເງື່ອນໄຂ, ໜູນຊ່ວຍເພື່ອໃຫ້ບັນດາວິສາຫະກິດສືບຕໍ່ລົງທຶນ, ດຳເນີນທຸລະກິດຢ່າງມີປະສິດທິຜົນ, ປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ຫວຽດນາມ ແລະ ສິງກະໂປໃຫ້ນັບມື້ນັບແທດຈິງ ແລະ ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ