ການຮ່ວມມືແມ່ນ້ຳຂອງ-ຍີ່ປຸ່ນ ນັບມື້ນັບແທດຈິງແລະມີປະສິດທິຜົນ

(VOVWORLD) -ບັນດາການນຳໄດ້ຢືນຢັນຄືນໃໝ່ຄວາມມານະພະຍາຍາມລວມແມ່ນທັງປ້ອງກັນ, ຕ້ານ ແລະ ຮັບມືກັບໂລກລະບາດ, ທັງສ້າງຕັ້ງພື້ນຖານເສດຖະກິດຄືນໃໝ່.
ການຮ່ວມມືແມ່ນ້ຳຂອງ-ຍີ່ປຸ່ນ ນັບມື້ນັບແທດຈິງແລະມີປະສິດທິຜົນ - ảnh 1 (ກອງປະຊຸມສຸດຍອດແມ່ນ້ຳຂອງ - ຍີ່ປຸ່ນ)

ທີ່ກອງປະຊຸມສຸດຍອດແມ່ນ້ຳຂອງ - ຍີ່ປຸ່ນ ເຊິ່ງດຳເນີນໄປໃນຕອນເຊົ້າວັນທີ 13 ພະຈິກ, ຢູ່ຮ່າໂນ້ຍ, ການນຳບັນດາປະເທດໄດ້ຕີລາຄາວ່າ ເສດຖະກິດໂລກເວົ້າລວມ ແລະ ພາກພື້ນແມ່ນ້ຳຂອງເວົ້າສະເພາະ ພວມສືບຕໍ່ປະເຊີນໜ້າກັບບັນດາສິ່ງທ້າທາຍອັນໃຫຍ່ຫຼວງຍ້ອນໂລກລະບາດໂຄວິດ-19, ໄພທຳມະຊາດ ແລະ ບັນດາຄວາມຂາດສະຖຽນລະພາບດ້ານການເມືອງ. ໃນສະພາບການນັ້ນ, ບັນດາການນຳໄດ້ຢືນຢັນຄືນໃໝ່ຄວາມມານະພະຍາຍາມລວມແມ່ນທັງປ້ອງກັນ, ຕ້ານ ແລະ ຮັບມືກັບໂລກລະບາດ, ທັງສ້າງຕັ້ງພື້ນຖານເສດຖະກິດຄືນໃໝ່. ບັນດາການນຳໄດ້ເຫັນດີຄວນເພີ່ມທະວີການເຊື່ອມຕໍ່ກວ່າອີກ ແລະ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການພັດທະນາເສດຖະກິດ ສົມທົບກັບການປົກປັກຮັກສາສິ່ງແວດລ້ອມ, ຫຼຸດຜ່ອນຜົນທະທ້ອນຈາກໄພທຳມະຊາດ, ນຳໃຊ້ ແລະ ຄຸ້ມຄອງແຫຼ່ງແມ່ນ້ຳຂອງແບບຍືນຍົງ…

ຕອບກັບ

ຂ່າວ/ບົດ​ອື່ນ