ການຮ່ວມມືໃນຂົງເຂດແຮງງານ ແລະ ສັງຄົມ ລະຫວ່າງຫວຽດນາມ - ລາວ

ການຮ່ວມມືໃນຂົງເຂດແຮງງານ ແລະ ສັງຄົມ ລະຫວ່າງຫວຽດນາມ - ລາວ - ảnh 1
​ພິທີ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​
ສາຍ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ກະຊວງ
(ພາບ: chinhphu.vn)


(vovworld) -     ວັນ​ທີ 2/12, ຢູ່​​​​ເຫ້ງອານ (Nghe An), ກະຊວງ​​ແຮງ​ການ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຫວຽດນາມ ​​ສົມທົບ​ກັບ​ກະຊວງ​ແຮງ​ງານ ​ແລະ ສະຫວັດ​ດີການສັງຄົມລາວ ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ກະຊວງ. ກ່າວ​ຄຳ​ເຫັນ​ທີ່​ພິທີ່, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸ໋ກ ຢືນຢັນ​ວ່າ. ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ແຮງ​ການ ​ແລະ ສັງຄົມ ​ລະຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ໄດ້​ຮັບ​ການ​ພັດທະນາ ນັບ​ທັງ​ທາງ​ດ້ານ​ຂອບ​ຂະໜາດ, ຮູບ​ການ ​ແລະ ​ລວງ​ເລີກ, ຕອບ​ສະໜອງ​ຄວາມຮຽກຮ້ອງຕ້ອງການ​ດ້ານ​ແຫຼ່ງຊັບພະຍາ​ກອນ​, ພິ​ເສດ​ແມ່ນ​ກຳລັງ​ຄົນ​ງານ​ທີ່​ມີ​ສີມື​ການ​ຊ່າງ​ສູງ, ປະກອບສ່ວນ​ຮັບປະກັນ​ຊີວິດ​ສັງຄົມ ​ແລະ ຮັບ​ໃຊ້​ໃຫ້​ແກ່​ການ​ພັດທະ​ນາ​ເສດຖະກິດ​ຢູ່​ແຕ່ລະ​ປະ​ເທດ. ທ່າ​ນນາງ​ລັດຖະມົນຕີ​ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມຫວຽດນາມ ຟ້າ​ມທິຫາ​ຍ​​ຈ່ວຽນ (Pham Thi Hai Chuyen) ​ແລະ ທ່ານ​ນາງລັດ​ຖະມົນຕີ​ກະຊວງ​ແຮງ​ງານ ​ແລະ ສະຫວ​ັດດີກາ​ນສັງຄົມ​ລາວ ອ່ອນ​ຈັນ ທຳ​ມະ​ວົງ ພ້ອມ​ກັນ​ຢືນຢັນ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ສອງ​ຝ່າຍ​ສືບ​ຕໍ່​ປັບປຸງ, ​ເພີ່ມ​ທະວີ ​​ແລະ ພັດທະນາ​ການ​ພົວພັນ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດກວ່າ​ອີກ​ຄື: ສະຫວັດດີ​ການ​ສັງຄົມ, ​ແຮງ​ງານ, ທ້ອນໂຮມອັດຖິນັກຮົບ​ເສຍ​ສະຫຼະ​ຊີວິດ, ບຳລຸງ​ສ້າງ​ພະນັກງານ, ສອນ​ວີ​ຊາ​ຊີບ… ​ເພື່ອ​ຮັບ​ໃຊ້​ໃຫ້​ພາລະກິດ​ພັດທະນາ​ຢູ່​ແຕ່ລະ​ປະ​ເທດ.

ຂ່າວ/ບົດ​ອື່ນ