ກາ​ນາ​ດາ ​ຄວນ​ບຸ​ລິ​ມະ​ສິດຕະ​ຫຼາດ ຫວຽດ​ນາມ ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ສອງ​ຝ່າຍ

(VOVWORLD) -ລັດຖະບານກໍ່ຄືບັນດາວິສາຫະກິດ ການາດາ ຄວນບຸລິມະສິດ ຕະຫຼາດ ຫວຽດນາມ ເຂົ້າຕຳແໜ່ງໄດ້ຮັບການບຸລິມະສິດໃນການຊຸກຍູ້ການພົວພັນ.
ກາ​ນາ​ດາ ​ຄວນ​ບຸ​ລິ​ມະ​ສິດຕະ​ຫຼາດ ຫວຽດ​ນາມ ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ສອງ​ຝ່າຍ - ảnh 1

ຜູ້ຕາງໜ້າດ້ານການຄ້າຂອງ ບັນດາປະເທດສະມາຊິກ CPTPP ແລະ ການນຳບັນດາວິສາຫະກິດ ການາດາ ເຂົ້າຮ່ວມເວທີປາໄສ ໃນວັນທີ 4 ທັນວາ ຢູ່ ການາດາ (ພາບ: TTXVN)

ນີ້ແມ່ນບົດກ່າວປາໄສຂອງທ່ານ Douglas Kennedy, ຫົວໜ້າຕາງໜ້າຂອງ ທະນາຄານແຫ່ງພະບໍລົມວົງສານຸວົງ ການາດາ (RBC) ຢູ່ສູນວິສາຫະກິດທົ່ວໂລກ, ເຊິ່ງໄດ້ຍົກອອກມາໃນວັນທີ 4 ທັນວາ ທີ່ເວທີປາໄສສະໜອງຂໍ້ມູນຂ່າວສານ ແລະ ເຊື່ອມຈອດຜູ້ຕາງໜ້າບັນດາປະເທດສະມາຊິກສົນທິສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ກັບການນຳບັນດາວິສາຫະກິດ ການາດາ, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ໜູນຊ່ວຍບັນດາວິສາຫະກິດ ຂະໜາດກາງ ແລະ ນ້ອຍ ຂອງ ການາດາ ບືນຕົວອອກສູ່ຕະຫຼາດໂລກ.

        ທ່ານ Kennedy ຖືວ່າ ພື້ນຖານເສດຖະກິດ ຫວຽດນາມ ພວມຜ່ານຜ່າໄລຍະເຕີບໂຕຢ່າງແຮງ ແລະ ໝັ້ນຄົງ ແມ່ນ ປັດໄຈອາດຈະນຳ ຫວຽດນາມ ເຂົ້າ Top 20 ພື້ນຖານເສດຖະກິດ ໃຫຍ່ທີ່ສຸດໃນໂລກໃນປີ 2025, ເມື່ອທຽບໃສ່ອັນດັບທີ 32 ໃນ ປັດຈຸບັນ. ຫວຽດນາມ ແລະ ການາດາ ອາດຈະໜູນຊ່ວຍກັນກ່ຽວກັບເສດຖະກິດ. ການາດາ ແມ່ນປະເທດໜຶ່ງດຽວໃນກຸ່ມ 7 ພື້ນຖານເສດຖະກິດພັດທະນາທີ່ສຸດໃນໂລກ (G7) ທີ່ມີຂໍ້ຕົກລົງການຄ້າ ກັບບັນດາປະເທດສະມາຊິກ G7 ທັງໝົົດ, ຈະສ້າງພື້ນຖານ ເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ ເຂົ້າຕະຫຼາດ G7. ໃນຂະນະນັ້ນ, ຫວຽດນາມ ແມ່ນປະຕູເຂົ້າອອກເພື່ອໃຫ້ ການາດາ ເຂົ້າຕະຫຼາດ ອາຊຽນ. ການາດາຕ້ອງ ເອົາໃຈໃສ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ໃຫ້ຫຼາຍກ່ວາອີກ, ພິເສດແມ່ນ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ